ງານພົບປະສະເຫຼີມສະ ຫຼອງ 40 ປີແຫ່ງວັນສ້າງ ຕັ້ງສາຍພົວພັນທາງ ການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ

ງານພົບປະສະເຫຼີມສະ ຫຼອງ 40 ປີແຫ່ງວັນສ້າງ ຕັ້ງສາຍພົວພັນທາງ ການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ - ảnh 1
ງານ​ພົບ​ປະ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​
ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ
(ພາບ: vietnamplus.vn)


(vovworld) - ວັນ​ທີ 06 ກັນຍາ, ​ແຂວງ​ອານ​ຢາງ ​ໄດ້​ຈັດງານ​ພົບ​ປະ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ແລະ ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ 2013. ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ນີ້ມີ​ທານ Takabe Yoshinori, ຮອງຫົວໜ້າກົງສູນໃຫຍ່​ຍີ່ປຸ່ນ ປະຈຳ​ນະຄອນ​​ໂຮ່ຈິ​ມິນ, ຜູ້ຕາງໜ້າ​ບັນດາ​ຜູ້​ອາສາ​ສະໝັກ​ຍີ່ປຸ່ນ, ບັນດາ​ວິ​ສາ​ຫະກິດ​ພວມ​ຮ່ວມ​ມື​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃນ​ບໍລິ​ເວັນ​ແຂວງ​ອານ​ຢາງ. ບັນດາ​ຜູ້​ແທນ, ນັກ​ປະຖະກະຖາ​ຍີ່ປຸ່ນ ​ແລະ ຫວຽດນາມ ພ້ອມ​ກັນ​ແລກປ່ຽນກັບ​ພະນັກງານ, ພາລະ​ກອນ ​ແລະ ນັກ​ສຶກສາ​ມະຫາວິທະຍາ​ໄລ​ອານ​ຢາງ ກ່ຽວ​ກັບ​ຫົວ​ຂໍ້ “ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ: ຜົນງານ ​ແລະ ​ແງ່​ຫວັງ”. ຕາມ​ການ​ສະຖິຕິ, ​ແຕ່​ປີ 1997 ມາ​ຮອ​ດປະຈຸ​ບັນ, ຢູ່​ແຂວງ​ອານ​ຢາງ ມີ 22 ​ໂຄງການ ODA ຂອງ​ຍີ່ປຸ່ນ ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ຍອດ​ມູນ​ຄ່າ 31 ຕື້​ດົງ. ຍີ່ປຸ່ນ ກໍ່​ມີ 2 ​ໂຄງການ FDI ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ອານ​ຢາງ. ນອກ​ນັ້ນ​ແຂວງ​ອານ​ຢາງ ​ໄດ້​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ມຫາ​ວິທະຍາ​ໄລ Saga ​ແລະ Kagoshima, ບັນດາສະ​ຖາ​ບັນ​ຄົ້ນຄວ້າ​ກະສິກຳ​ຂອງ​ຍີ່​ປຸ່ນ...

ຂ່າວ/ບົດ​ອື່ນ