ງານພົບປະສ້າງສັນບັນດາການນຳ,ອະດີິດການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ

ງານພົບປະສ້າງສັນບັນດາການນຳ,ອະດີິດການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ
ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ສ້າງ​ສັນ
(ພາບ: VGP)

(vovworld) - ຕອນ​ບ່າ​ຍ​ວັນ​ທີ 21/08, ຢູ່​ນະ​ຄອນ​ເກີນ​ເທີ, ຄະ​ນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ພາກ​ໃຕ້ ໄດ້​ຈັດ​ງານ​ພົບ​ປະ​ສ້າງ​ສັນ​ບັນ​ດາ​ການ​ນຳ, ອ​ະ​ດີດ​ການ​ນຳ​ທີ່​ມີ​ການ​ອຸ​ທິດ​ສ່ວນ​ຫຼາຍ​ຢ່າງ​ໃຫ້​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ປາດ​ຖະ​ໜາ​ວ່າ, ດ້ວຍ​ບົດ​ຮຽນ​ມາ​ແຕ່​ດົນ​ນານ​ໃນ​ຫຼາຍ​ປີ​, ໃນ​ຫຼາຍ​ຂົງ​ເຂດ, ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳສ​ືບ​ຕໍ່ປະ​ກອບ​ຄຳ​ເຫັນ​ອັນ​ລ​້ຳ​ຄ່າ​ຂອງ​ຕົນ​ເຂົ້າ​ໃນ​ການ​ກຳ​ນົດ​ທິດ, ຊີ້​ນຳ​, ສ້າງ​ແຜນ​ນະ​ໂຍ​ບາຍ, ມາ​ດ​ຕະ​ການ​ແກ້​ໄຂ​ເພື່ອ​ພັດ​ທະ​ນາ​ເຂດ​ທົ່ງ​ພ​ຽງ​ແມ່ນ​້ຳ​ຂອງ​ໃຫ​້​ແຮງກວ່າ​ອີກ. ບັນ​ດາ​ຜູ້​ແທນ​ເຄີຍ​ດຳ​ລົງ​ຕ​ຳ​ແໜ່ງເ​ປັນ​ການ​ນຳ​ຂອງ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເ​ວັນ​ຕົກ​ພາກ​ໃຕ້ ​ປະ​ກອບ​ຄຳ​ເຫັນຫຼາຍ​ຢ່າງ, ສະ​ເໜີ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນແນ​ໃສ່​ຊ່ວຍ​ປະ​ກອບ​ສ່ວນ​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ໃຫ້​ພັດ​ທະ​ນາ​ຢ່າງ​ໄວ້​ກວ່າ, ​ໝັ້ນ​ຄົງເຂັ້ມ​ແຂງກວ່າ ກໍ​ຄື​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຊີ້​ນຳເຂດ​ຕາ​ເ​ວັນ​ຕົກ​ພາກ​ໃຕ້ ຈະ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ. ບັນ​ດາ​ຜູ້​ແທນ​ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ, ລັດ​ຖະ​ບານ​ຄວນສືບ​ຕໍ່​ລົງ​ທຶນ​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ, ຊົນ​ລະ​ປະ​ທານ​ໃຫ້​ສຳ​ເລັດ; ເ​ອົາ​ໃຈ​ໃສ່​ເຖິງ​ການ​ລົງ​ທຶນ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ; ເອ​ົາ​ໃຈ​ໃສ່​ ແລະ ຜັ​ນ​ຂະ​ໜາຍ​ບັນ​ດານະ​ໂຍ​ບາຍ​ສຳ​ລັບ​ປະ​ຊາ​ຊົນ​ຊົ​ນ​ເຜົ່າ​ສ່ວນ​ໜ້ອຍ​ໃຫ້​ຫຼາຍ​ກວ່າ ແລະ ຄົບ​ຊຸດກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ