ງານພົບປະສ້າງສັນສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍໝູ່ເກາະເຈື່ອງຊາ

ງານພົບປະສ້າງສັນສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍໝູ່ເກາະເຈື່ອງຊາ - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 24/4, ຢູ່​ນະຄອນ​ຍາ​ຈາງ, ຄະນະ​ຕິດ​ຕໍ່​ມູນ​ເຊື້ອ​ທະຫານ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ​ໄດ້​ຈັດ​ຕັ້ງ ງານ​ພົບ​ປະ​ສ້າງສັນ ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍໝູ່​ເກາະ​ເຈື່ອງ​ຊາ (29/4/1975-29/4/2015) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກຮົບທີ່​ເຄີຍ​ສູ້​ຮົບ, ປະຕິບັດ​ງານ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ 400 ກວ່າ​ຄົນ. ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ ​ເລ​ຊວນ​ບ້າ, ອະດີດ​ປະທານ​ສະພາ​ປະຊາຊົນ​ເມືອງ​ເກາະ​ເຈື່ອງ​ຊາ, ຫົວໜ້າ​ຄະນະ​ຕິດ​ຕໍ່​ມູນ​ເຊື້ອ​ທະຫານ​​ເຈື່​ອງຊາ, ​ໄດ້​ແບ່ງປັນ​ກ່ຽວ​ກັບ​ການ​ປ່ຽນ​ແປງ, ຄວາມ​ໝັ້ນຄົງ​ຂອງ​ເມືອງ​ເກາະ​ເຈື່ອງ​ຊາ ພາຍຫຼັງ 40 ປີ​ແຫ່ງ​ການ​ປົດ​ປ່ອຍ. ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ, ຊີວິດ​ຂອງ​ປະຊາຊົນ ​ແລະ ພະນັກງານ, ນັກຮົບ​ຢູ່​ທີ່​ນີ້​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

​ໃນ​ໂອກາດ​ນີ້, ຄະນະ​ຕິດ​ຕໍ່​ມູນ​ເຊື້ອ​ທະຫານ​​ເຈື່​ອງຊາ ​ໄດ້​ມອບ​ຂອງຂວັນ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ລອຍ​ກະທ​ົງຢູ່​ທະ​ເລ ​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ​ທະ​ເລ, ​ເກາະ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ