ງານພົບປະແລກປ່ຽນ “ໄວໜຸ່ມ ແລະ ຄວາມຮັບຜິດຊອບ“

ງານພົບປະແລກປ່ຽນ “ໄວໜຸ່ມ ແລະ ຄວາມຮັບຜິດຊອບ“ - ảnh 1
ງານພົບປະແລກປ່ຽນ “ໄວໜຸ່ມ ແລະ ຄວາມຮັບຜິດຊອບ“

(vovworld) - ຕອນ​ຄຳ່​ວັນ​ທີ 13/3, ຢູ່​ຮ່​າໂນ້ຍ, ກອງ​ທຶນ​ໜູນ​ຊ່ວຍ​ຜູ້​ມີ​ຄວາມ​ສາມາດ​ໜຸ່ມ​ຫວຽດນາມ, ວິທະຍາຄານ​ຊາວ​ໜຸ່ມ​ເຍົາວະ​ຊົນ ສົມທົບ​ກັບ​ໜັງສືພິມ ຕ່ຽນຟອງ, ກະບອກ​ສຽງ​ຂອງ​​ໄວ​ໜຸ່ມ, ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ “​ໄວ​ໜຸ່ມ ​ແລະ ຄວາມ​ຮັບຜິດຊອບ“. ລາຍການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກສາ​ເກືອບ 600 ຄົນ ທີ່​ມາ​ຈາກ​ມະຫາວິທະຍາ​ໄລ​ຕ່າງໆ​ຢູ່​ຮ່າ​ໂນ້ຍ. ຢູ່​ທີ່​ຜູ້ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຊາວ​ໜຸ່ມ​ດີ​ເດັ່ນ​ປີ 2014, 6 ຄົນ, ​ເຊິ່ງ​ແມ່ນ​ຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ​ກວ່າ​ໝູ່​ໃນ​ການ​ຮຳ່ຮຽນ, ດົນຕີ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ, ທີ່​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສັງຄົມ​ນັ້ນ ​ໄດ້​ແບ່ງປັນ​ບົດຮຽນ​ໃນ​ການ​ຢືນຢັນ​ຕົນ​ເອງ ​ແລະ ບືນ​ຕົວ​ຂຶ້ນ, ອຸທິດ​ສ່ວນ​ໃຫ້​ແກ່​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ