ງານພົບປະແລກປ່ຽນກັບນັກອະວະກາດທີ່ມີເວລາຢູ່ໂລກຈັກກະວານໃນລະກັບສະຖິຕິ

ງານພົບປະແລກປ່ຽນກັບນັກອະວະກາດທີ່ມີເວລາຢູ່ໂລກຈັກກະວານໃນລະກັບສະຖິຕິ - ảnh 1
ນັກອະວະກາດ​ລັດ​ເຊຍ Sergei Krikaliov
(ພາບ: images.ksc.nasa.gov)


​​(vovworld) - ຕອນ​ຄໍ່າ​ວັນ​ທີ 23/07, ຢູ່​ຮ່າ​ໂນ້ຍ, ສູນ​ວິທະຍາສາດ ​ແລະ ວັດທະນະທຳ​ລັດ​ເຊຍ ​ໄດ້​ສົມທົບ​ກັບ​ຫໍ​ເຍົາວະ​ຊົນ​ຮ່າ​ໂນ້ຍ ຈັດ​ງານ​ພົບ​ປະ​ກັບ​ນັກອະວະກາດ​ລັດ​ເຊຍ Sergei Krikaliov, ຜູ້​ມີ​ເວລາ​ຢູ່ໂລກ​ຈັກກະວານ​ໃນ​ລະດັບ​ສະຖິຕິ. ນີ້​​ແທ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ ​ແລະ ​ເປີດ​ກວ້າງ​ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສາກົນ ທີ່​ສະຫງວນ​ໃຫ້​ເດັກ​ເຍົາວະ​ຊົນ​ນະຄອນຫຼວງ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊ​ຍ, 35 ປີ​ແຫ່ງ​ວັນປະຕິບັດ​ຖ້ຽວ​ບິນ​ເຂົ້າ​ໂລກ​ຈັກກະວານ​ຫວຽດນາມ - ລັດ​ເຊ​ຍ (23/07/1980 – 23/07/2015). ທີ່​ງານ​ພົບ​ປະ​ແລກປ່ຽນ, ນັກ​ອະວະກາດ Sergei Krikaliov​ ​ໄດ້​ເລົ່າກ່ຽວ​ກັບ​ບັນ​ດາວ​ຽກງານ​ປະຈຳ​ວັນ​ຢູ່ສະຖາ​ນີຈັກກະວານ ກໍ​ຄື​ແບ່ງປັນຄວາມ​ຫຍຸ້ງຍາກ​ເມື່ອ​ດຳລົງ​ຊີວິດ​ຢູ່ສະຖານີຈັກກະວານ.

ຂ່າວ/ບົດ​ອື່ນ