ງານພົບປະແລກປ່ຽນກັບບັນດາສະໂມສອນຜູ້ຟັງວິທະຍຸກະຈາຍສຽງຫວຽດນາມ

ງານພົບປະແລກປ່ຽນກັບບັນດາສະໂມສອນຜູ້ຟັງວິທະຍຸກະຈາຍສຽງຫວຽດນາມ - ảnh 1
(ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ VOV ຫວູຫາຍ)

(vovworld) - ຕອນ​ເຊົ້າ​ວັນ​ທີ 27/8, ຢູ່​ສຳນັກງານກະຈາຍສຽງ​ແຫ່ງ​ຊາດ, 58 ຖະໜົນ​ ກວ໋ານຊື໋, ຮ່າ​ໂນ້ຍ​ ໄດ້​ຈັດງານ​ພົບ​ປະ​​ແລກປ່ຽນກັບ​ບັນດາ​ສະ​ໂມ​ສອນທ່ານ​ຜູ້​ຟັງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV). ກ່າວ​ຄວາມ​ເຫັນ​ທີ່​ງານ​ພົບ​ປະ, ຕາງໜ້າ​ການ​ນຳ VOV, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ VOV ຫວູຫາຍ, ​ໄດ້​ຂອບ​ອົກ​ຂອບ​ໃຈຄວາມ​ເອົາ​ໃຈ​ໃສ່, ການ​ສະໜັບສະໜູນ, ຄວາມ​ຮັກ​ແພງ​ຂອງ​ບັນດາ​ທ່ານຜູ້​ຟັງ VOV ​ໃນ​ຕະຫຼອດ 70 ປີຜ່ານມາ. ທ່ານ​ເນັ້ນ​ໜັກ​ວ່າ:

        “​ໃນ​ຕະຫຼອດ​ວິວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ​ເຕີບ​ໃຫຍ່, VOV ​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ພັກ, ລັດຖະບານ ​ແລະ ບັນດາທ່ານຜູ້​ຟັງ ​ VOV ໄດ້ມີ​ຄວາມ​ເອົາ​ໃຈ​ໃສ່, ປະກອບ​ຄວາມ​ເຫັນ, ​ແລະ ເຂົ້າ​ຮ່ວມ​ບັນດາ​ລາຍການ​ກະຈາຍສຽງ​ໂດຍ​ກົງ, ​ ແຕ່ລະ​ປີ ​ VOV ໄດ້​ຮັບຈົດໝາຍ​ນັບ​ໝື່ນ​ສະບັບ​ຈາກ​ຜູ້​ຟັງ VOV ບໍ່​ພຽງ​ແຕ່​ຢູ່​ພາຍ​ໃນ​ປະ​ເທດ, ຫາກ​ນັບ​ທັງ​ຢູ່​ຕ່າງປະ​ເທດ​ອີກ. ອັນ​ໄດ້ເຮັດ​ໃຫ້​ລາຍການ​ນັບ​ມື້​ນັບ​ອຸດົມສົມ​ບຸນ​ກວ່າ. ​ “

        ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ VOV ຫວູຫາຍ ກໍ່​ແຈ້ງ​ໃຫ້​ທ່ານ​ຜູ້​ຟັງ​ຊາບ​ກ່ຽວ​ກັບ​ເລື່ອງໂທລະພາບ​ດີ​ຈີ​ຕອນ VTC ໄດ້​ໂອນ​​ເຈົ້າ​ VOV ​ ຢ່າງ​ເປັນທາງ​ການ. ມາ​ຮອດ​ປະຈຸ​ບັນ VOV ມີ 17 ຊ່ອງ​ໂທລະພາບ, 7 ຊ່ອງ​ກະຈາຍສຽງ, ​ໃນ​​ໄຕ​ມາດ​ທີ 4 ຈະ​ມີ​ຊ່ອງ​ກະຈາຍສຽງ​ດ້ວຍ​ພາສາ​ອັງກິດ 24/7 ​ຕື່ມ​ອີກ, ມີ 2 ສື່​ສິ່ງ​ພິມ ​ແລະ 2 ສື່​ເອ​ເລກ​ໂຕ​ນິກ. VOV ມີ​ການ​ພົວພັນ​ກັບ 60 ອົງການ, ວິທະຍຸ - ​ໂທລະພາບ​ໃນ​ພາກ​ພື້ນ ​ແລະ ສາກົນ.

        ມາ​ຮອດ​ປະຈຸ​ບັນ VOV ​ໄດ້​ຮັບຮອງ 5 ສະ​ໂມ​ສອນ​ທ່ານ​ຜູ້​ຟັງ VOV ຢ່າງ​ເປັນ​ທາງ​ການ​ຢູ່​ແຂວງ​ຟູ໋ທໍ້, ບັກ​ຢາງ, ບັກ​ນິງ ​ແລະ ​ເຊີນ​ລາ  ​ໃນ​ງານ​ພົບ​ປະ​ແລກປ່ຽນ​ນີ້, ສະ​ໂມ​ສອນ​ນັກຮົບ​ເກົ່າ​ນະຄອນ​ຫວຽດຈີ່ ຟັງ VOV ​ໄດ້​ຮັບ​ການສະ​ເໜີ​ຕົວຢ່າງ​ເປັນ​ທາງ​ການ.

 

ຂ່າວ/ບົດ​ອື່ນ