ງານພົບປະແລກປ່ຽນກຸ່ມຈິດຕະກອນຫວຽດນາມ-ມາເລເຊຍ-ໄທ

ງານພົບປະແລກປ່ຽນກຸ່ມຈິດຕະກອນຫວຽດນາມ-ມາເລເຊຍ-ໄທ - ảnh 1
ພາບ​ຂອງ​ຈິດ​ຕະ​ກອນ​ຫວຽດ​ນາມ ດາວກວກ​ຮູຍ

(vovworld)- ​​ງານ​ວາງ​ສະ​ແດງ, ​ພົບ​ປະ​ແລກ​ປ່ຽນ​ກຸ່ມ​ຈິດ​ຕະ​ກອນ​ຫວຽດ​ນາມ-ມາ​ເລ​ເຊຍ-ໄທ ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 26/12 ຢູ່ ຮ​່າ​ໂນ້ຍ. ງານວາງ​ສະ​ແດງ​ໂດຍ​ສູນ​ວາງ​ສະ​ແດງວິ​ຈິດ​ສິນ, ຖ່າຍ​ຮູບ - ກົມ​ວິ​ຈິດ​ສິນ, ຖ່າຍ​ຮູບ ແລະ ວາງ​ສະ​ແດງ ຈັດ​ຕັ້ງ​ຂຶ້ນ ແມ່ນນອນ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວພົວ​ພັນ​ແລກ​ປ່ຽນ​ດ້ານ​ວິ​ຈິດ​ສິນ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ, ມຸ່ງ​ໄປ​ເຖິງ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ໃຫ້​ຊຸມ​ປີ​ຕໍ່​ໄປ. ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ, ງານ​ວາງ​ສະ​ແດງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແຫນງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ​ ຕ​ອບ​ສະ​ຫນອງວັນ​ປະ​ຊາ​ຄົມ ອາ​ຊຽນ 31/12/2015. ເຂົ້າ​ຮ່ວມ​ເຫດ​ການ​ຄັ້ງ​ນີ້,  ​ຈິດ​ຕະ​ກອນ ສາມ​ປະ​ເທດ ຫວຽດ​ນາມ, ມາ​ເລ​ຊຍ ແລະ ໄທ ມີ​ໂອ​ກາດ​ໄດ້​ພົບ​ປະ​ແລກ​ປ່ຽນ​ດ້ານ​ວິ​ຈິດ​ສິນ​ເຊິ່ງ​ກັນ ແລະ​ກັນ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຈິດ​ຕະ​ກອນ​ມາ​ຈາກ​ສອງ​ປະ​ເທດ ໄທ ແລະ ມາ​ເລ​ເຊຍ ຊອກ​ຮູ້, ເຫັນ​ປະ​ຈັກ​ຕາ​ຊີ​ວິດ​ການ​ເປັນ​ຢູ່, ວັດ​ທະ​ນະ​ທຳ, ທິ​ວ​ທັດ​ທຳ​ມະ​ຊາດ ແລະ ຊາວ​ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ