ງານພົບປະແລກປ່ຽນ“ການເຄື່ອນໄຫວສະແດງສິລະປະຢູ່ດ້ຽນບຽນຝູ”

ງານພົບປະແລກປ່ຽນ“ການເຄື່ອນໄຫວສະແດງສິລະປະຢູ່ດ້ຽນບຽນຝູ” - ảnh 1
ການສະແດງສິລະປະໃນລາຍການ

(vovworld) –  ຄຳ່​ຄືນ​ສະ​ແດງ​ທີ 2 ຂອງ​ລາຍການ​ພົບ​ປະ​ແລກປ່ຽນ “​ການ​ເຄື່ອນ​ໄຫວສະ​ແດງ​ສິລະ​ປະ​ຢູ່​ດ້ຽນບຽນ​ຝູ” ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ສູນວັດທະນະທຳ​ແຂວງ ​ເຊີນ​ລາ, ​ໃນ​ຕອນ​ຄຳ່​ວັນ​ທີ 11/3. ລາຍການ​ໂດຍສະຫະພັນ​ບັນດາ​ສະມາຄົມ​ວັນນະຄະດີ ຫວຽດນາມ ສົມທົບ​ກັບ​ສະມາຄົມ​ນັກ​ປະພັນ​ດົນ​ຕີ ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເຊີນ​ລາ ປະຕິບັດ. ນີ້​ແມ່ນ​ລາຍການ​ເປີດ​ສາກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ໄຊຊະນະ ດ້ຽນບຽນ​ຝູ (7/5/1954 – 7/5/2014). ​ໃນ​ລາຍການ​ນີ້, ຜູ້​​ຊົມ​ຈະໄດ້​ພົວພັນ​ແລ​ກປ່ຽນ, ​ໂອ້​ລົມ​ກັບ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ​ເຄີຍ​ເຂົ້າ​ຮ່ວມ​ບັ້ນ​ຮົບ ດ້ຽນບຽນ​ຝູ.

    ຄຳ່​ຄືນ​ສຸດ​ທ້າຍ​ຂອງ​ລາຍການ​ເຄື່ອນ​ໄຫວ​ສະ​ແດງ​ສິລະ​ປະ​ນີ້​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 13/3 ( ​ກົງ​ກັບ​ວັນ​ກອງທັບ​ເລີ່​ມ​​ເປີກ​ສາກ​ບັ້ນ​ຮົບ​ປະຫວັດສາດ ດ້ຽນບຽນ​ຝູ ກ່​ອນນີ້ 60 ປີ), ຢູ່​ນະຄອນ ດ້ຽນບຽນ​ຝູ, ​ແຂວງ ດ້ຽນບຽນ.

    ​ໃນ​ຂອບ​ເຂດການ​ເຄື່ອນ​ໄຫວ​​ຊ່ວຍ​ເຫຼືອ​ແຂວງ ດ້ຽນບຽນ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊ​ຊະນະ ດ້ຽນບຽນ​ຝູ, ວັນ​ທີ 11/3, ຢູ່​ເມືອງ ​ເມື່ອ​ງອ໋າງ, ​ແຂ​ວງ ດ້ຽນບຽນ ​ໄດ້​ສົມທົບ​ກັບ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ການ​​ພິທີລົ​ງມື​ກໍ່ສ້າງ​ໂຮງໝໍ​ຫຼາຍ​ຂະ​ແໜງ ​ເມື່ອ​ງອ໋າງ.

 


ຂ່າວ/ບົດ​ອື່ນ