ງານພົບປະແລກປ່ຽນຊາວໜຸ່ມຫວຽດນາມ-ໄທ

ງານພົບປະແລກປ່ຽນຊາວໜຸ່ມຫວຽດນາມ-ໄທ - ảnh 1
(ງານພົບປະແລກປ່ຽນຊາວໜຸ່ມຫວຽດນາມ-ໄທ)

(vovworld) - ​ໃນ​ຂອບ​ເຂດງານ​ພົບ​ປະ​ແລກປ່ຽນ​ຊາວ​ໜຸ່ມ​ຫວຽດນາມ-​ໄທ ຄັ້ງ​ທີ 7 ຢູ່​ໄທ, ວັນ​ທີ 5/8, ຄະນະຊາວ​ໜຸ່ມ​ສອງ​ປະ​ເທດ​ຫວຽດນາມ - ​ໄທ ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຢູ່​ເຂດ​ອະນຸສອນ​ສະຖານ​ປະທານ ​ໂຮ່ຈີ​ມິນ​ ຢູ່​ແຂວງ​ນະຄອນ​ພະນົມ, ​ແລະ ​ຢູ່​ບ້ານ​ມິດຕະພາບ​ໄທ - ຫວຽດນາມ.

        ຢູ່​ບ້ານ​ມິດຕະພາບ​ໄທ - ຫວຽດນາມ, ຊາວ​ໜຸ່ມ​ສອງ​ປະ​ເທດ​ຢ້ຽມຢາມ​ຫໍພິພິດທະພັນ​ປະທານ ​ໂຮ່ຈິ​ມິນ, ຮັບ​ຟັງ​ໂອ້​ລົມ​ກ່ຽວ​ກັບຊີວິດ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ປະທານ ​ໂຮ່ຈິ​ມິນ​ ຢູ່​ໄທ ​ໄລຍະ 1928-1929. ນ້ອງ​ເຈິ່ນຮົ່ງ​ເຮິ​ນ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ເປັນ​ຄົນ​ຫວຽດນາມ, ​ໄດ້​ມາ​ແຫ່ງ​ນີ້ ​​ແລະ ​ຮູ້​ກ່ຽວ​ກັບ​ບ່ອນ​ທີ່​ປະທານ ​ໂຮ່ຈີ​ມິນ ​ເຄີຍ​ດຳລົງ​ຊີວິດ​ຢູ່​ໄທ,​ ອັນ​ໄດ້​ເຮັ​ດໃຫ້ຂ້າພະ​ເຈົ້າຍິ່ງ​ຈົດ​ຈຳ​ປະຫວັດສາດ ​ແລະ ຄິດ​ຮອດບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ. ຂ້າພະ​ເຈົ້າ​ຫວັງ​ວ່າ, ​ວັດທະນະທຳ ​ແລະ ປະຫວັດສາດ​ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ແນະນຳ, ​ໂຄສະນາ​ຢູ່​ທຸກ​ປະ​ເທດ​ໃນ​ໂລກ“.

ຂ່າວ/ບົດ​ອື່ນ