ງານພົບປະແລກປ່ຽນນັກສຶກສາ ຫວຽດນາມ, ລາວ ແລະ ກຳປູເຈຍ

(vovworld) -  ງານ​ພົບ​ປະ​ແລກປ່ຽນ​ນັກ​ສຶກສາ ຫວຽດນາມ,​ ລາວ ​ແລະ ກຳປູ​ເຈຍ ພວມ​ຮຳ່ຮຽນ​ຢູ່ ​ແຂວງ Khanh Hoa ​ໄດ້​ດຳ​​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 26/5. ນີ້​ແມ່ນ​ການ​    ເຄື​່ອນ​ໄຫວ​ຄຳ່​ນັບ​ຮັບຕ້ອນ​ປີ​ມິດຕະພາບ ຫວຽດນາມ - ລາວ, ຫວຽດນາມ - ກຳ​ປູ​ເຈຍ. ທີ່​ງານ​ພົບ​ປະ​ແລກປ່ຽນ, ມີ​ນັກ​ສຶກສາ​ຂອງ​ສາມ​ປະ​ເທດ​ເກືອບ 500 ຄົນ ​ໄດ້​ແນະນຳ​ບັນດາ​ຈຸດ​ວັດທະນະທຳ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາດ​ຕົນ, ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ. ​ເພື່ອນ ພົງ​ລຳ​ໄພ ພັນທະ​ວົງ ນັກ​ສຶກສາລາ​ວ ທີ່​ພວມ​ຮຳ່ຮຽນ​ຢູ່​ໂຮງຮຽນ​ນາຍ​ທະຫານ​ອາກາດ ​ໄດ້​ເວົ້າ​ວ່າ:

        “ງານ​ພົບ​ປະ​ແລກປ່ຽນ​ໃນ​ມື້​ນີ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊ່ືນ.  ຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ງານ​ນີ້ ມັນ​ຈະ​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ຫວຽດນາມ, ປະ​ເທດ ຫວຽດນາມ ​ແລະ ອາລົມ​ຈິດ​ທີ່​ຊາວ ຫວຽດນາມ ສະ​ຫງວນ​ໃຫ້ຊາວ​ຕ່າງປະ​ເທດ​ຄື​ຂ້າພະ​ເຈົ້າ​ໄດ້ຫລາຍ​ກວ່າ.”

ຂ່າວ/ບົດ​ອື່ນ