ງານພົບປະແລກປ່ຽນມິດຕະພາບລະຫວ່າງກຳລັງປ້ອງກັນຊາຍແດນຫວຽດນາມ-ຈີນຄັ້ງທີ3ສຳເລັດຜົນຢ່າງຈົບງາມ

ງານພົບປະແລກປ່ຽນມິດຕະພາບລະຫວ່າງກຳລັງປ້ອງກັນຊາຍແດນຫວຽດນາມ-ຈີນຄັ້ງທີ3ສຳເລັດຜົນຢ່າງຈົບງາມ - ảnh 1
ທ່ານ​ພົນ​ເອກຟຸງກວາງ​ແທງ  ​ແລະ ທ່ານພົນ​ໂທຈ໋າງຢ໋ວານ​​ແຈ໋ວນ
(ພາບອິນເຕີແນັດ)

(vovworld) - ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ ຫວຽດນາມ - ຈີນ ຄັ້ງ​ທີ 3 ປີ 2016, ຕອນ​ບ່າຍ​ວັນ​ທີ 30/03, ຢູ່​ເທດສະບານ​ເມືອງ ຟີ໋ງ​ແຊ໋ງ ແຂວງ ກວາງຊີ (ຈີນ), ທ່ານ​ພົນ​ເອກ ຟຸງກວາງ​ແທງ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ທ່ານພົນ​ໂທ ຈ໋າງຢ໋ວານ​​ແຈ໋ວນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ຈີນ ​ເປັນ​ປະທານ​ຮ່ວມ​ພິທີ​ສະຫລຸບ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ມິດຕະພາບ​ລະຫວ່າງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ຄັ້ງ​ທີ 3. ທີ່​ພິທີ​ສະຫລຸບ, ທ່ານ​ລັດຖະມົນຕີ ຈ໋າງຢ໋ວານ​​ແຈ໋ວນ ​ຕີ​ລາຄາ​ສູງ​ວຽກ​ງານ​ຈັດ​ຕັ້ງ​ຂອງ​ 2 ຝ່າຍ ກໍ່​ຄື​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ຢູ່ ຫວຽດນາມ; ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: 2 ຝ່າຍ​ໄດ້​ມີ​ຄວາມ​ຮັບຮູ້​ລວມ, ປະຕິບັດ​ຖື​ກຕ້ອງຕາມການ​ຊີ້​ນຳນຳພາ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ; ຜ່ານ​ນັ້ນ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່ການ​ພັດທະນາ, ການ​ຮ່ວມ​ມື ​ແລະ ການ​ປ້ອງ​ກັນຄວາມ​ສະຫງົບ​​ຂອງ​ແຕ່ລະ​ປະ​ເທດ.

        ທີ່​ການ​ພົບ​ປະ​ກັບ​ສື່​ມວນ​ຊົນພາຍຫລັງ​ພິທີ​ສະຫລຸບ, ທ່ານ​ລັດຖະມົນຕີ ຟຸງກວາງ​ແທງ ຢືນຢັນ​ວ່າ: ​ເລື່ອງ​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ​ຄັ້ງ​ນີ້ ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ​ແທດ​ຈິງ, ມີ​ປະສິດ​ທິຜົນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ 2 ຝ່າຍ​ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ລະຫວ່າ​ກຳ​ລັງ​ປ້ອງ​ກັນຊາ​ຍ​ແດນ, ປະຕິບັດ​ຂໍ້​ຕົກລົງ​ປ້ອງ​ກັນຊາ​ຍ​ແດນ 3 ຂັ້ນ​ເປັນ​ຢ່າງ​ດີ. ກຳລັງ​ປ້ອງ​ກັນຊາ​ຍ​ແດນ 2 ຝ່າຍ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງ; ປ່ຽນ​ໃໝ່​ເນື້ອ​ໃນ​ເທື່ອ​ລະ​ກ້າວ, ມີ​ຫົວຄິດປະດິດ​ສ້າງ​ໃນ​ບັນດາ​ການ​​ເຄື່ອນ​ໄຫວພົບ​ປະ​ແລກປ່ຽນ. 2 ຝ່າຍ​ຈະ​ກ້າວ​​ໄປ​ເຖິງ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວພົບ​ປະ​ແລກປ່ຽນ​ຂັ້ນ​ສູງ​​ໃນອ່າວ​ພາກ​ເໜືອ; ສົມທົບ​ກັນ​ເພີ່ມ​ທະວີ​ການໂຄສະນາ​ເຜີ​ຍ​ແຜ່​ບັນດາ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ຊາຍ​ແດນ​ຢ່າງ​ມີ​ປະສິດທິ​ຜົນ…​ເຕື້ອງ​ເຖິງ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ທ່ານ​ລ້ວນ​ແຕ່​ເນັ້ນ​ໜັກ​ວ່າ: 2 ຝ່າຍ​ຄວນ​ຮ່ວມ​ມື​ຫລາຍ​ກ່ວາ​ອີກ ​ເພື່ອ​ແກ້​ໄຂບັນດາ​ສິ່ງ​ທີ່​ຍັງຄົງ​ຄ້າງ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກຢ່າງ​ສົມ​ເຫດ​ສົມ​ຜົນ; ປະຕິບັດ​ຖືກ​ຕາມ​ຂໍ້​ຕົກລົງ ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ລົງ​ນາມ​​; ທຸກ​ການ​ຂັດ​​ແຍ້​ງກັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ​ໂດຍ​ອີງ​ໃສ​່ກົດໝາຍ​ສາກົນ, ພ້ອມ​ກັນ​ມານະ​ພະຍາຍາມປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ພ້ອມ​ກັນ​ເຈລະຈາ​ດ້ວຍ​ມາດ​ຕະການທາງການ​ທູ​ດ. ລັດຖະມົນຕີ 2 ທ່ານ ກໍ່​ຖື​ວ່າ: 2 ປະ​ເທດ​ມີ​​ຄວາມ​ສາມາ​​ດບົ່ມ​ຊ້ອນ​ຫລາຍ​ຢ່າງ​ ໃນ​ບັນດາ​ຂົງ​ເຂດ​ຄື ການ​ຮ່ວມ​ມື​ບຳລຸງ​ສ້າງພະນັກງານ, ການຄົ້ນຄວ້າ​ດ້ານປ້ອງ​ກັນຊາດ, ການຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ.

 

ຂ່າວ/ບົດ​ອື່ນ