ງານພົບປະແລກປ່ຽນລະຫວ່າງຄູ ອາຈານ ແລະ ນັກສຶກສາລາວ - ຫວຽດນາມ

ງານພົບປະແລກປ່ຽນລະຫວ່າງຄູ ອາຈານ ແລະ ນັກສຶກສາລາວ - ຫວຽດນາມ - ảnh 1
(ພາບປະກອບ)

(vovworld) -​     ​ໃນ​ຂອບ​ເຂດ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ວັນ​ທີ 20/10 ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ດຳ​ເນີນ​ງານ​ພົບ​ປະ​ແລກປ່ຽນລະ​ຫວ່າງບັນດາ​ອະ​ດີດນັກ​ສຶກສາ​ລາວ ທີ່​ເຄີຍ​ຮໍ່າຮຽນ​ຢູ່​ຫວຽດນາມ ກັບ​ບັນດາ​ຄູອາຈານ​ເກົ່າ. ງານ​ພົບ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ລະຫວ່າງ​ຄູ​ອາຈານ​ ​ແລະ ນັກຮຽນ, ພ້ອມ​ທັງ​ສະ​ແດງ​​ໃຫ້​ເຫັນ​ຄວາມບໍລິສຸດ​ຜຸດ​ຜ່ອງ​ລາວ - ຫວຽດນາມ. ບັນດາ​ອະ​ດີດນັກ​ສຶກສາລາ​ວ​ໄດ້​ແບ່ງປັນ​ວ່າ, ​ເຖິງວ່າ​ຊຸມ​ເດືອນ​ປີ​ໄດ້​ຜ່ານ​ພົ້ນ​ແລ້ວກໍ່ຕາມ ​ແຕ່​ໃນ​ດວງ​ໃຈ​ແຕ່ລະຄົນ​ຍາມ​ໃດ​ກໍມຸ່ງ​ໄປ​ສູ່ບັນດາ​ຄູ​ອາຈານ ​ແລະ ປະ​ເທດ​ຫວຽດນາມ, ຜູ້​ທີ່​ໄດ້​ສະຫງວນ​ອາລົ​ມຈິດ ​ແລະ ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ອະ​ດີດນັກຮຽນ​ລາວ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ລາວ, ບັນດາ​ຄູ​ອາຈານ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ບັນດາ​ທ້ອງ​ຖິ່ນ, ບັນດາ​ຟາ​ມຂອງ​ອະ​ດີດນັກຮຽນ​ລາວ ​ແລະ ​ເຂົ້າ​ຮ່ວມ​ລາຍຕ່າງໆ​ໃນ​ງານການ​ພົບ​ປະ​​ແລກປ່ຽນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ​.

ຂ່າວ/ບົດ​ອື່ນ