ງານພົບປະແລກປ່ຽນລະຫວ່າງສະຖານທູດຫວຽດນາມແລະລາວຢູ່ອາເມລິກາ

(VOVWORLD) -ຢູ່ວໍຊິງຕັນ, ປະເທດອາເມລິກາ, ຫາກໍ່ຈັດງານພົບປະແລກປ່ຽນມິດຕະພາບ - ສາມັກຄີລະຫວ່າງສະຖານທູດຫວຽດນາມ ແລະ ລາວ.

ງານພົບປະແລກປ່ຽນລະຫວ່າງສະຖານທູດຫວຽດນາມແລະລາວຢູ່ອາເມລິກາ - ảnh 1

 ງານພົບປະແລກປ່ຽນລະຫວ່າງສະຖານທູດຫວຽດນາມແລະລາວຢູ່ອາເມລິກາ

(ພາບ: Vietnam+)

ນີ້ແມ່ນເຫດການປະຈຳປີຂອງສະຖານທູດ 2 ປະເທດ ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນ ແລະ ຄອບຄົວເອກອັກຄະລັດຖະທູດ ພ້ອມກັບບັນດາອົງການຕາງໜ້າຂອງ 2 ປະເທດ. ກ່າວຄຳເຫັນທີ່ງານພົບປະ, ທ່ານເອກອັກຄະລັດຖະທູດລາວ ໄມ ໄຊຍະວົງ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຟ້າມກວາງວິງ ພ້ອມກັນຢືນຢັນວ່າ, ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນລະຫວ່າງ 2 ສະຖານທູດ, ຖືກດຳເນີນໃນຈຸດເວລາສຳຄັນໃນການພົວພັນລະຫວ່າງ 2 ປະເທດ ພວມຈັດຕັ້ງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017). ເອກອັກຄະລັດຖະທູດ 2 ທ່ານໄດ້ແບ່ງປັນວ່າ, ໃນຊຸມປີຜ່ານມາ, ສະຖານທູດຫວຽດນາມ - ລາວ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ, ຕັ້ງໜ້າຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນບັນດາການເຄື່ອນໄຫວ 2 ຝ່າຍ, ມີການຮ່ວມມືກັບອຳນາດການປົກຄອງປະຈຳຖິ່ນ, ກໍຄືໃນຂອບເຂດສະຖານທູດບັນດາປະເທດອາຊຽນ ປະຈຳວໍຊິງຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ