ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ

ງານພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ - ảnh 1
ການປະຊຸມຂ່າວກ່ຽວກັບ​ພິທີ​ເປີດງານ “​ພົບ​ປະ​ແລກປ່ຽນວັດທະນະທຳ, 
ກິລາ ​ແລະ ທ່ອງ​ທ່ຽວ​ເຂດ​ຊາຍ​ແດນຫວຽດນາມ - ລາວ”
( ພາບ: vietnamtourism.gov.vn )

(vovworld) -     ​ພິທີ​ເປີດງານ “​ພົບ​ປະ​ແລກປ່ຽນວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ເຂດ​ຊາຍ​ແດນຫວຽດນາມ - ລາວ”  ຈະ​​ຖືກໄຂ​ຂຶ້ນໃນ​ວັນ​ທີ 18/8 ​ ທີ່​ຈະ​ມາ​ເຖິງຢູ່​ແຂວງ​ຮ່າ​ຕິ້ງ. ລາຍການພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ລະຫວ່າງ​ບັນດາ​ແຂວງ​ມີ​ເສັ້ນ​ຊາຍ​ແດ​ນຮ່ວມຫວຽດນາມ - ລາວ ​ໄດ້​ແບ່ງ​ເປັນ 3 ກຸ່ມ: ພາກ​ເໜືອ, ພາກ​ກາງ ​ແລະ  ຕອນ​ກາງ​ພາກ​ກາງ​ຫວຽດນາມ. ​ແຂວງ​ຮ່າ​ຕິ້ງ ​ໄດ້​ຮັບເລືອກ​ເປັນ​ເຈົ້າພາບ​ຈັດ​ພິທີ​ໄຂ​ງານດັ່ງກ່າວ. ​ໃນ​ລະຫວ່າງ​ວັນ​ທີ 17 – 19/8 ຈະ​ດຳ​ເນີນ​ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນກຸ່ມພາກ​ກາງ​ເຊິ່ງລວມມີ 3 ​ແຂວງ​ຄື: ​ເຫ້ງອ່ານ, ຮ່າ​ຕິ້ງ, ກວາງ​ບິ່ງ; ຝ່າຍ​ລາວ​ມີ 3 ​ແຂວງຄື: ຊຽງ​ຂວາງ, ບໍລິ​ຄຳ​ໄຊ, ຄຳ​ມວນ ດ້ວຍ​ບັນດາ​ການ​ແຂງ​ຂັນ​ກິລາ; ​ໄຂ​ງານ​ວາງສະ​ແດງ “ບັນ​ດາສີສັນ​ວັດທະນະທຳ” ທີ່​ວາງສະ​ແດງ​ບັນດາ​ຮູບ​ພາບ​ກ່ຽວ​ກັບ​ການ​ດຳ​ເນີນ​ຊີວິດ​ວັດທະນະທຳ​ຂອງ​ປະຊາຊົນ​​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ, ​ເຊິ່ງວາດ​ພາບ​ເຖິງບັນດາ​ການ​ເຄື່ອນ​ໄຫວ​ງານ​ບຸນ​ຂອງ​ປະຊາຊົນ​ສອງ​ຊາດ, ກອງ​ປະຊຸມ​ສຳ​ມະ​ນາວິທະຍາສາດ “ທ່ອງ​ທ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ວັດທະນະທ​ຳ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ”… ທ່ານ Nguyen Thien, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ຕິ້ງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ໜ້າ​ທີ່​ຂອງ​ແຂວງ​ເຊິ່ງນອນ​ໃນ​ຂອບ​ເຂດການ​ເຄື່ອນ​ໄຫວ​ຕ່າງໆຂອງ​ສອງ​ປະ​ເທດ ​​ເພື່ອຂໍ່ານັບ​ຮັບ​ຕ​້ອນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ກໍ​ແມ່ນ​ວຽກ​ງານ​ອັນແທດ​ຈິງ​​ເພື່ອສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍພົວພັນ​ທາງ​ການ​ທູດ ​ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ ​ແລະ ການຮ່ວມ​ມື​ຫວຽດນາມ - ລາວ. ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້ ບັນດາ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຕາມ​ແຜນການ ​ແລະ ບັນດາ​ເນື້ອ​​ໃນ​ທີ່ຮັບ​ໃຊ້​ໃຫ້​ແກ່ການ​ເຄື່ອນ​ໄຫວ​ນີ້​ກໍ່​ໄດ້ຮັບ​ການກະກຽມ​ສຳ​ເລັດ​ໂດ​ຍພື້ນຖານ​ແລ້ວ”.

ຂ່າວ/ບົດ​ອື່ນ