ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 8

ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 8 - ảnh 1
ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ - ສ.​ເກົາຫຼີ ຄັ້ງ​ທີ​ 8
(ພາບ: vietnamplus.vn)


(vovworld) - ທີ່​ສ.​ເກົາຫຼີ, ວັນ​ທີ 18/05 ຢູ່​ສູນ​ອົບ​ຮົມຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຂອງ​ນະຄອນ Yongin ຂຶ້ນ​ກັບ​ແຂວງ Gyeonggi ​ໄດ້​ດຳ​ເນີນ​ງານ​ພົວພັນ​ຮ່ວມ​ມືວັດທະນະທຳ, ກິລາ ​ແລະ ພົບ​ປະ​ເປັນ​ປະຈຳ​ຄັ້ງ​ທີ 8 ລະ​ຫວ່າງ​ສະມາຄົມ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ສ.​ເກົາຫຼີ - ຫວຽດນາມ ນະຄອນ Yongin. ບັນດາ​ນັກ​ສີ​ລະ​ປິນ, ນັກມວຍຂອງ​ນະຄອນ Yongin ​ໄດ້​ສະ​ແດງ​ບັນດາ​ລາຍການ​ຟ້ອນລຳ​ທຳ​ເພງ, ສະ​ແດງ​ມວຍ... ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນຂອງ​ສ.​ເກົາຫຼີ ​ແລະ ຫວຽດນາມ. ບັນດາ​ຜູ້​ເຂົ້າ​ຮ່ວມຍັງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນຍາກາດ​ທີ່​ອົບ​ອຸ່ນ​ຂອງ​ງານ​ພົບ​ປະ​ແລກປ່ຽນ ດ້ວຍ​ລາຍການ​ຟ້ອ​ນລຳ​ທຳ​ເພງ ​ແລະ ​ແຂ່ງ​ຂັ້ນ​ກິລາ​. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງຂວັນ​ຫຼາຍ​ພູດ​ໃຫ້​ຜູ້​ຕາງໜ້າ​ບັນ​ດາ​ຄອບຄົວ​ວັດທະນະທຳ​ ສ.​ເກົາຫຼີ - ຫວຽດນາມ.

ຂ່າວ/ບົດ​ອື່ນ