ງານພົບປະແລກປ່ຽນວັດທະນະທຳ,ມິດຕະພາບຫວຽດນາມ-ໄທ

ງານພົບປະແລກປ່ຽນວັດທະນະທຳ,ມິດຕະພາບຫວຽດນາມ-ໄທ - ảnh 1
ງານພົບປະແລກປ່ຽນວັດທະນະທຳ,ມິດຕະພາບຫວຽດນາມ-ໄທ
(ພາບ: voh.com.vn)


(vovworld) - ​​ ​ເນື່ອງ​ໃນ​ໂອກ​າດ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ - ໄທ (06/08/1976 – 16/08/2016), ວັນ​ທີ 14/08, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ - ໄທ ນະ​ຄອນ​ໂຮ່​ຈິ​ມິນ, ສະ​ຖານ​ກົງ​ສູ​ນໃຫຍ​່ໄທ ປະ​ຈຳ​ນະ​ຄອນ ພ້ອມ​ກັບ​ບັນ​ດາ​ຫົວ​ໜ່ວຍ​ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ມິດ​ຕະ​ພາບ​ຫວຽດ​ນາມ - ໄທ, ຢ​ູ່​ເມືອງ 1, ນະ​ຄອນ​ໂຮ່​ຈິ​ມິນ. ​ງານ​ພົບ​ປະ​ລວມ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ ແລະ ມີ​ຄວາມ​ໝາຍ​ຄື: ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ - ໄທ ແລະ ປະ​ເທດ​ຊາດ, ຊາວ​ໄທ ສະ​ແດງ​ໃຫ້​ເຫັນ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ການ​ພົວ​ພັນ​ທີ່​ຂ​ະ​ຫ​ຍັນ​ຂັນ​ເຄື່ອນ ແລະ ພວມ​ພັດ​ທະ​ນາ​ຢ່າງ​ດີງ​າມ​ລ​ະ​ຫວ່າງ 2 ປະ​ເທດ; ງານ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ​ຫວຽດ​ນາ​ມ​ - ໄທ. ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​​ງານ​ພົບ​ປະ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ​່າງ​ປະ​ຊາ​ຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ