ງານພົບປະແລກປ່ຽນສິລະປະ “ບົດເພງແຫ່ງ ຄວາມສຸກ” ໃນໂອກາດ ວັນສຸກສາກົນ

ງານພົບປະແລກປ່ຽນສິລະປະ “ບົດເພງແຫ່ງ ຄວາມສຸກ” ໃນໂອກາດ ວັນສຸກສາກົນ - ảnh 1
ພາບປະກອບ

(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິທີສະ​ເຫຼີ​ມສະຫຼອງ​ວັນແຫ່ງຄວາມສຸກ​ສາກົນ​ 20/3 ​ເຊິ່ງດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 19/3, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ   ຮວິ​່ນວິ້ງ​ອ໋າຍ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນາ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ, ​ແບ່ງປັນ​ວ່າ:​ ວັນແຫ່ງຄວາມ​ສຸກສາກົນ​ ຢູ່ ຫວຽດນາມ ປີ​ນີ້​ ​ແມ່ນ​ໂອກາດ​ເພື່ອ​ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ເຕົ້າ​ໂຮມ​ຂອງ​ຊາດ. ບັນດາ​ສະມາຊິກ​ໃນ​ແຕ່​ລະ​ຄອບຄົວ​ຈົ່ງ​ຮັກສາ​ມູນ​ເຊື້ອ​ວັດທະນາ​ທຳ​ຂອງ​ຊາດ ​ເພື່ອ​ສ້າງ​ຄວາມຜາ​​ສຸກ​ໃຫ້​ແຕ່ລະຄົນ, ຈາກ​ນັ້ນ​ຂະຫຍາຍ​​ເປັນຄວາມ​ສຸກ​ຂອງ​ຄອບຄົວ, ປະຊາ​ຄົມ ​ແລະ ທົ່ວ​ສັງຄົມ.

        ​ໃນ​ລາຍການດັ່ງກ່າວ, ບັນດາ​ຜູ້​ແທນ​ໄດ້​ພົບ​ປະ​ແລກປ່ຽນ​ກັບ 2 ຄອບຄົວ​ທີ່​ດີ​ເດັ່ນ, ຕາງໜ້າ​ໃຫ້​ບັນດາ​ຄອບຄົວ​ວັດທະນະທຳ​ໃນ​ບໍລິ​ເວນ​ນະຄອນ​ໂຮ່ຈີ​ມິນ ​ໃນ​ການ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຮັກສາ​ຄວາມສຸກ, ປະກອບສ່ວນ​ຢ່າງຕັ້ງໜ້າ​ໃນ​ການ​ເບິ່ງ​ແຍງ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ. ຄຽງ​ຂ້າງງານ​ພົບ​ປະ​ແລກປ່ຽນກັບ​ບັນດາ​ຄອບຄົວທີ່​ດີ​ເດັ່ນ​ດັ່ງກ່າວ, ລາຍການ​ຍັງ​ມີການສະ​ແດງ​ສິລະ​ປະ​, ຂັບ​ຮ້ອງບັນດາ​ບົດ​ເພງ​ເຊີດ​ຊູ​ພໍ່​ເຖົ້າ​ແມ່​ເຖົ້າ, ພໍ່​​ແມ່​, ສັນ​ຕິພາບ​​ຂອງຊາດ ​ແລະ ໂລກ.

ຂ່າວ/ບົດ​ອື່ນ