ງານພົບປະແລກປ່ຽນສາມັກຄີມິດຕະພາບລະຫວ່າງຫວຽດນາມແລະລາວຢູ່ສ.ເກົາຫຼີ

(VOVWORLD) - ວັນທີ 15 ກໍລະກົດ, ຢູ່ນະຄອນຫຼວງ ເຊີອຸ່ນ, ປະເທດສ.ເກົາຫຼີ ສະຖານທູດຫວຽດນາມ ແລະ ສະຖານທູດລາວ ປະຈຳສ.ເກົາຫຼີ ໄດ້ຈັດງານພົບປະແລກປ່ຽນສາມັກຄິມິດຕະພາບ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017).

ງານພົບປະແລກປ່ຽນສາມັກຄີມິດຕະພາບລະຫວ່າງຫວຽດນາມແລະລາວຢູ່ສ.ເກົາຫຼີ - ảnh 1 ງານພົບປະແລກປ່ຽນສາມັກຄີມິດຕະພາບລະຫວ່າງຫວຽດນາມແລະລາວຢູ່ສ.ເກົາຫຼີ

(ພາບ: vietnamplus.vn)

ເຂົ້າຮ່ວມເຫດການດັ່ງກ່າວ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນການພັດທະນານຂອງສາຍພົວພັນແບບພິເສດລະຫວ່າງ 2 ປະເທດໃນຕະຫຼອດໄລຍະກວ່າເຄິ່ງທົດສະວັດຜ່ານມາ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເກົາຫຼີ ຫງວຽນວູຕູ໋ ແລະ ທ່ານເອກອັກຄະລັດຖະທູດລາວ ປະຈຳສ.ເກົາຫຼີ ຄຳສວຍ ແກ້ວດາລາວົງ ກໍໄດ້ຢືນຢັນຄວາມສຳຄັນຂອງການສຶກສາລຸ້ນໜຸ່ມຕ່າງໆຢູ່ຫວຽດນາມ ແລະ ລາວ ກ່ຽວກັບມູນເຊື້ອ, ຄວາມໝາຍ ແລະ ແງ່ຫວັງຂອງການພົວພັນແບບພິເສດລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ