ງານພົບປະແລກປ່ຽນເຂດຊາຍແດນເຕັມໄປດ້ວຍນ້ຳໃຈມິດຕະພາບ

ງານພົບປະແລກປ່ຽນເຂດຊາຍແດນເຕັມໄປດ້ວຍນ້ຳໃຈມິດຕະພາບ - ảnh 1
ງານ​ພົບ​ປະ​ແລກ​ປ່ຽນເຂດ​ຊາຍ​ແດນ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ
(ພາບ: tienphong)

(vovworld) - ​ຕອ​ນ​ຄ່່ຳ​ວັນ​ທີ 07/05, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ງານ​ພົບ​ປະ​ແລກ​ປ່ຽນ​ເຂດ​ຊາຍ​ແດນ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ຄັ້ງ​ທີ 2. ລ​າຍ​ການ​ໂດຍກອງ​ບັນ​ຊາ​ການ​ທະ​ຫານ​​ປ້ອງ​ກັນຊາຍ​ແດນ​ສົມ​ທົບ​ກັບ​ສະ​ຖານ​ນີ​ໂທ​ລະ​ພາບ​ຫວຽດ​ນາມ ຈັດ​ຕັ້ງ. ເຂົ້າ​ຮ່ວມ​ລາຍ​ການ​ມີ​​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ. ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ, ​ການ​ຮ່ວມ​ມື​ໜ້າໄວ້​ເນື້ອ​ເຊື່ອ​ໃຈ; ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ພ​ັດ​ທະ​ນາ; ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ພົບ​ປະ​ແລກ​ປ່ຽນ​ສາ​ກົນ ປົກ​ປັ​ກ​ຮັກ​ສາ​​ຜົນ​ປະ​ໂຫຍດ​ລວມ ແລະ ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ; ເພື່ອ​ຊີ​ວິດ​ແຫ່ງ​ສັນ​ຕິ​ສຸກ​ຂອງ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ”, ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ເພື່ອ​ແນ​ໃສ່​ຮັດ​ແໜ້​ນ​ການ​ຮ່ວມ​ມື​ເຂດຊາຍ​ແດນ​ລະ​ຫວ່າ​ງ​ບັນ​ດາ​ປະ​ເທດ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດກັບ​ຫວຽດ​ນາມ​ ແລະ ລາວ, ກຳ​ປູ​ເຈຍ ແລະ ຈີນ. ​ທີ່ງານພົບ​ປະ​ແລກ​ປ່ຽນ, ພົນ​ຈັດ​ຕະ​ວາ ຮ່​ວາງ​ຊວນ​ຈ​໋ຽນ, ຜູ້​ບັນ​ຊາ​ການ​ທະ​ຫາ​ຊາຍ​ແດນ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ.

        “ພວກ​ເຮົາ​ເປີດ​ປະ​ຕູ​​ເພື່ອ​ເຊື່ອມ​ໂຍງ ແລະ ເພີ່ມ​ທະ​ວີ​ນຳ​້​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ, ພ້ອມ​ທັງ​ສ້າງ​ກາ​ລ​ະ​ໂອ​ກາດ​ພັດ​ທະ​ນາ​ປະ​ເທດ​ຊາດ, ​ມີ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ຕ່າງ​ຈຶ່ງ​ສາ​ມາດ​ແກ້​ໄຂ​ບັນ​ດາ​​ບັນ​ຫາ​ເກີດ​ຂຶ້​ນຢູ່​ເຂດ​ຊາຍ​ແດນ, ສົມ​ທົບ​ກັບ​ຕໍ່​ສູ້​ຕ້ານ​ອາ​ດ​ຊະ​ຍາ​ກຳ​ຂ້າມ​ຊາຍ​ແດນ, ຂ້າມຊາດ ແລະ ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ສະ​ບຽບ​ຮຽບ​ຮ້ອຍ​ຢູ່​ເຂດ​ຊາຍ​ແດນ, ປະ​ຕິ​ບັດ​ກົດ​ໝາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້. ມີ​ການ​ຮ່ວມ​ມື, ພວກ​ເຮົາ​ຈະ​​ມີ​ຄວາມເຂົ້າ​ໃຈກັນ, ແບ່ງ​ປັນ ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນກວ່າ”.

ຂ່າວ/ບົດ​ອື່ນ