ງານ​ມະ​ຫາ​ກຳ​ກິ​ລາ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ປີ 2022 ຈະ​ຈັດ​ຂຶ້ນ​ຢູ່​ແຂວງກວາງ​ນິງ

(VOVWORLD)- ງານມະຫາກຳກິລາຄັ້ງນີ້ມີຫົວເລື່ອງ “ເພື່ອປະເທດຫວຽດນາມ ທີ່ເຂັ້ມແຂງ, ວັດຖະນາຖາວອນ”,
ງານ​ມະ​ຫາ​ກຳ​ກິ​ລາ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ປີ 2022 ຈະ​ຈັດ​ຂຶ້ນ​ຢູ່​ແຂວງກວາງ​ນິງ - ảnh 1

 ສະພາບກອງປະຊຸມຖະແຫຼງຂ່າວ (ພາບ: Ngoc Anh)

  ຕອນເຊົ້າວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງງານມະຫາກຳກິລາທົ່ວປະເທດຄັ້ງທີ 9 ປີ 2022 ໄດ້ຈັດກອງປະຊຸມຖະແຫຼງຂ່າວ ປະກາດກ່ຽວກັບ ງານມະຫາກຳກິລາຄັ້ງນີ້. ດ້ວຍຫວົເລື່ອງ “ເພື່ອປະເທດຫວຽດນາມ ທີ່ເຂັ້ມແຂງ, ວັດຖະນາຖາວອນ”, ງານມະຫາກຳກິລາທົ່ວປະເທດຄັ້ງທີ 9 ປີ 2022 ຈັດຂຶ້ນຢູ່ແຂວງກວາງນິງ ແລະ ອີກ 10 ທ້ອງຖິ່ນ. ທ່ານ ດັງຫວຽດຫ່າ, ຫົວໜ້າກົມໃຫ່ຍກິລາກາຍະກຳຫວຽດນາມ ໃຫ້ຮູ້ວ່າ:

  ງານມະຫາກຳກິລາທົ່ວປະເທດແມ່ນເຫດການກິລາໃຫ່ຍກ່ວາໝູ່ໃນທົ່ວປະເທດ ໄດ້ຈັດຂຶ້ນ 4 ປີ/ເທື່ອໜຶ່ງ ເພື່ອແນໃສ່ຕີລາຄາຢ່າງຮອບດ້ານກ່ຽວກັບຂະບວນການກິລາ, ພິເສດແມ່ນຕີລາຄາກ່ຽວກັບຮອບວຽນກໍ່ສ້າງນັກກິລາຜົນງານສູງ. ຜ່ານນັ້ນ ໄດ້ຄັດເລືອກບັນດາປັດໄຈມີຄວາມເກັ່ງກ້າສາມາດ ເພື່ອກໍ່ສ້າງເປັນມີອາຊີບ. ງານມະຫາກຳກິລາທົ່ວປະເທດຄັ້ງນີ້ມີຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ກ່ອນມາ ດ້ວຍ 17.108 ຄົນເຂົ້າຮ່ວມ, ໃນນັ້ນມີນັກກິລາ 9654 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ