ງານມະຫາກຳສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ 4 ສ້າງຄວາມປະທັບໃຈອັນດີງາມ

ງານມະຫາກຳສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ 4 ສ້າງຄວາມປະທັບໃຈອັນດີງາມ - ảnh 1

(ພາບ:nld.com.vn)​

( vovworld ) – ພາຍຫຼັງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ, ດຶງ​ດູດ​ໃຈ​ດ້ວຍ​ບັນດາ​ການ​ເຄື​ອ່ນ​ໄຫວ​ວັດທະນະທຳ​ສິລະ​ປະ ​ແລະ ການ​ຊົກມວຍ​ທີ່​ເປັນ​ເອກະ​ລັກພິ​ເສດສະ​ເພາະໃນ​ເວລາ 3 ວັນ, ຕອນ​ຄ່ຳ​ວັນ​ທີ 3/8, ງານ​ມະຫາ​ກຳສາກົນມວຍ​ພື້ນ​ເມືອງຫວຽດນາມ ຄັ້ງທີ 4-Binh Dinh 2012 ​ໄດ້​ອັດ​ລົງ ຊື່​ງ​ໄດ້ສ້າງຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ, ​ນັກ​ມວຍ ແລະ ​ເພື່ອນ​ມິດສາ​ກົນ. ງານ​ມະຫາ​ກຳ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ຄູ​ຝຶກ​, ນັກ​ມວຍ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກ່ວາ 1000 ຄົນ ພ້ອມ​ດ້ວຍ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາລະ​ທິດ​ນັບ​ໝື່ນໆ​ຄົນ. ສິ່ງ​ທີ່​ໃໝ່​ອ່ຽມ​ໃນ​ງານ​ມະຫາ​ກຳ​ຄັ້ງນີ້​ແມ່ນ​ງານ​ບູນຖະໜົນ. ພິ​ເສດ, ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ນັກ​ມວຍຈາກ​ຄ້າຍ​ມວຍ​ສາກົນ ກັບ​ບັນດາ​ນັກ​ມວຍ​ແຂວງ Binh Dinh ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ນັກ​ມວຍ​ສາກົນ​ສາມາດ​ຊົມ​ເບິ່ງ, ຮຽນ​ຮູ້​ສິ່ງ​ທີ່​ຍອດ​ຍິ່ງ​ທີ່​ສຸດ​ຂອງ​ມວຍ​ພື້ນ​ເມືອງ Binh Dinh. ຄູ​ຟືກມວຍ Huynh Chieu Duong ຫົວໜ້າ​ຄ້າຍ​ມວຍ Thuy phap Viet Nam ຢູ່​ລາຊະ​ອານາຈັກ​ແບນ​ຊິກ ກ່າວ​ວ່າ:

   “​ພວກ​ຂ້າພະ​ເຈົ້າ​ໄດ້​ເຂົ້າຮ່ວມ​ງານ​ມະຫາ​ກຳທັງ 4 ​ເທື່ອ​ ​ແລະ ​ເຫັນ​ວ່າ ​ແຕ່ລະ​ເທື່ອ​ກໍ່​ມີ​ສິ່ງ​ແຕກ​ຕ່າງ. ​ໃນ​ຄັ້ງນີ້, ພວກນ້ອງຍັງ​ມັກ​ກັບ​ຄືນ Binh Dinh ​ແລະ ມັກ ​ແຂວງ Binh Dinh ທີ່​ສຸດ“

ຂ່າວ/ບົດ​ອື່ນ