ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມປີ2014

ງານມະຫາກຳສາກົນມວຍພື້ນເມືອງຫວຽດນາມປີ2014 - ảnh 1
ພິທີໄຂງານມະຫາກຳ​ສາກົນ​​ມວຍພື້ນເມືອງ​ຫວຽດນາມ ຄັ້ງ​ທີ 5

(vovworld)- ງານ​ມະຫາ​ກຳ​ສາກົນ​ມວຍ​ພື້ນ​ເມືອງ​ຫວຽດນາມ ຄັ້ງ​ທີ 5, ​ບີ​ງດີ້ງປີ 2014 ພາຍ​ໃຕ້​ຫົວ​ເລື່ອງ​ວ່າ: ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມວຍ​ພື້ນ​ເມືອງ​ຫວຽດນາມ” ຖືກ​ໄຂ​ຂຶ້ນ​​ໃນ​ຕອນຄຳ່​ວັນ​ທີ 1/8 ຢູ່ ນະຄອນ ກູ​ຍ​ເຍີນ ​ແຂວງ ບີ​ງດີ້​ງ. ​ເຂົ້າ​ຮ່ວມ​ງາ​ນມະຫານ​ກຳ​ຄັ້ງ​ນີ້ ມີ​ຄະນະ​ນັກ​ມວຍ 60 ຄະນະ ມາ​ຈາກ 23 ປະ​ເທດ ​ແລະ ​ເຂດ​ແຄ້ວນ ພ້ອມ​ດ້ວຍ 63 ຄະນະ​ນັກ​ມວຍ​ພື້ນ​ເມືອງ​ຂອງ​ຫວຽດນາມ ດ້ວຍ​ນັກ​ມວຍ 1500 ຄົນ. ກ່າວ​ຄຳ​ເຫັນ​ໄຂ​ງານ​ມະຫາ​ກຳ​ດັ່ງກ່າວ, ທ່ານ ຮ່ວາງ​ຕວນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ງານ​ມະຫາ​ກຳ​ຄັ້ງ​ນີ້ ​ແມ່ນ​ໂອກາດ​ເຊື່ອມ​ຕໍ່ ລະຫວ່າງ​ແຂວງ ບີ​ງດີ້​ງ ກັບ​ບັນດາ​ນັກ​ລົງທຶນ, ກໍ​ຄື​​ເພື່ອນ​ມິດພາຍ​ໃນ ​ແລະ ຕ່າງປະ​ເທດ​, ​ເປີດ​ກວ້າງ​ໄລຍະ​ໃຫມ່​ໃນ​ການ​ຮ່ວມ​ມື​ພັດທະນາ, ​ເປັນ​ຕົ້ນ​ແມ່ນ​ຂົງ​ເຂດ​ເສດ​ຖະກິດ ວັດທະນະທຳ ​ແລະ ທ່ອງ​ທ່ຽວ.

        “​ແຂວງ ບີ​ງດີ້​ງ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ກໍ່​ຕັ້ງ ​ແລະ ຝືກ​ແອບ​ມວຍ​ພື້​ນ​ເມືອງ​ຫວຽດນາມ. ຜ່ານ​ໄລຍະ​ເວລາ, ມວຍ​ພື້ນ​ເມືອງ​ຂອງ​ບີ​ງດີ້​ງ ​​ໄດ້​ຮັບ​ການ​ຄັດ​ເລືອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ສູງ ​ແລະ ​ເຕົ້າ​ໂຮມ​ບັນດາ​ຄຸນ​ຄ່າ​ທີ່ຍອດ​ຢ້ຽມ​ຂອງ​ຊາດ, ກາຍ​ເປັນ​ປັດ​ໄຈ​ດ້ານ​ວັດທະນະທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ແລະ ​ເຂົ້າ​ສູ່​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ເລິກ​ເຊິ່ງ. ຂ້າພະ​ເຈົ້າ​ຫວັງ​ວ່າ ​ແຂວງ ບີ​ງດີ້​ງ ສືບ​ຕໍ່​ຄົ້ນ​ຄ້ວາ, ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ອະນຸລັກ​ຮັກສາ, ຍົກ​ສູງ​ຄຸນຄ່າ, ທີ່​ຕັ້ງ​ຂອງ​ປະ​ເພດ​ມວຍ​ພື້ນ​ເມືອງ​ຂອງ​ຊາດ.”

 

ຂ່າວ/ບົດ​ອື່ນ