ງາ​ນ​ມະ​ຫາ​ກຳ​ຮູບ​ເງົາເຢຍ​ລະ​ມັນ 2022 ສາຍ​ໃນ​ສື່​ອອນ​ລາຍ

(VOVWORLD) -KINOFEST ນໍາຮູບເງົາ 12 ເລື່ອງ ໂດຍ ເຢຍລະມັນຜະລິດມາໃຫ້ທ່ານຜູ້ຊົມ, ສ່ວນຫຼາຍແມ່ນຫາກໍນຳສະເໜີຕໍ່ຜູ້ຊົມ, ເຊິ່ງເປັນປະເພດຮູບເງົາເອກະສານ, ອາດຊະຍາກຳ, ດຣາມາ, ປະຫວັດສາດ, ໂຣແມນຕິກ, ຕະຫຼົກ…
ງາ​ນ​ມະ​ຫາ​ກຳ​ຮູບ​ເງົາເຢຍ​ລະ​ມັນ 2022 ສາຍ​ໃນ​ສື່​ອອນ​ລາຍ - ảnh 1(ພາບປະກອບ: hanoimoi.com.vn)

ໂດຍເປັນຄັ້ງທຳອິດທີ່ ສະຖາບັນ Goethe 8 ແຫ່ງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໄດ້ຮ່ວມມືກັນຈັດຕັ້ງງານມະກາກຳຮູບເງົາ ເຢຍລະມັນ 2022 – KINOFEST ໃນສື່ສາຍຮູບເງົາອອນລາຍ Goethe-On-Demand ແຕ່ນີ້ ຮອດວັນທີ 31 ມີນາ.

KINOFEST ນໍາຮູບເງົາ 12 ເລື່ອງ ໂດຍ ເຢຍລະມັນຜະລິດມາໃຫ້ທ່ານຜູ້ຊົມ, ສ່ວນຫຼາຍແມ່ນຫາກໍນຳສະເໜີຕໍ່ຜູ້ຊົມ, ເຊິ່ງເປັນປະເພດຮູບເງົາເອກະສານ, ອາດຊະຍາກຳ, ດຣາມາ, ປະຫວັດສາດ, ໂຣແມນຕິກ, ຕະຫຼົກ… ຮູບເງົາທັງໝົດເຫຼົ່ານັ້ນ ໄດ້ສາຍອອນລາຍໃນທົ່ວພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ແປອອກເປັນ 5 ພາສາຄື ພາສາອັງກິດ, ຫວຽດນາມ, ໄທ, ອິນໂດເນເຊຍ ແລະ ມຽນມາ. ຜ່ານຮູບເງົາເຫຼົ່ານີ້, ຜູ້ຊົມຈະມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ປະຊາຊົນ ເຢຍລະມັນໃນຍຸກປັດຈຸບັນ ແລະ ການພັດທະນາຂະແໜງຮູບເງົາຂອງປະເທດນີ້ຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ