ງານມະໂຫລານ guitar ສາກົນຄັ້ງທີ 2

ງານມະໂຫລານ guitar ສາກົນຄັ້ງທີ 2 - ảnh 1
ງານ​ມະ​ໂຫລານ guitar ສາ​ກົນ ຄັ້ງ​ທີ 2
ພາບ:internet

(vovworld)-  ຕອນ​ຄ່ຳ​ວັນ​ທີ 11/11, ງານ​ມະ​ໂຫລານ guitar ສາ​ກົນ ຄັ້ງ​ທີ 2 ປີ 2015 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ. ການ​ເຄື່ອນ​ໄຫວນີ້ ​ທັງ​​ນຳ​ເອົາ​ລາຍ​ການ​ດົນ​ຕິ​ພິ​ເສດ​ມາ​ໃຫ້​ຜູ້​ຊົມ ທັງ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອໃຫ້​ຜູ້ດີດ guitar Classic ຢູ່​ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​ຈາກ​ບັນ​ດາ​ນັກ​ສິ​ລະ​ປີນ​ສາ​ກົນ. ເຂົ້າ​ຮ່ວມ​ງານ​ມະ​ໂຫລານ ​ຄັ້ງ​ນີ້ ມີ​ນັກ​ສິ​ລະ​ປິນ​ຕ່າງ​ປະ​ເທດ 5 ຄົນ​ທີ່​ມີ​ຊື່​ສຽງ ມາ​ຈາກ​ບັນ​ດາ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ຝ​ລັ່ງ, ລັດ​ເຊຍ, ຍີ່​ປຸ່ນ, ໄທ ແລະ ນັກ​ສິ​ລະ​ປິນ ຫງວຽນ​ແທງ​ແຫ່ງ ຊາວ ຝ​ລັ່ງ ເຊື້ອ​ຊາດ ​ຫວຽດ​ນາມ ພ້ອມ​ດ້ວຍ ຜູ້​ດີດ guitar ຫນຸ່ມ​ດີ​ເດັ່ນ ຂອງ​ຫວຽດ​ນາມ 5 ຄົນ. ນອກ​ຈາກ​ບັນ​ດາ​ລາຍ​ການ​ສະ​ແດງ​ຕົ້​ນ​ຕໍ​ແລ້ວ, ງານ​ມະ​ໂຫລານ​ guitar ປີນີ້ ຍັງ​ມີ​ບັນ​ດາ​ລາຍ​ການ​ປາ​ຖະກະ​ຖາ ແລະ ກອງ​ປະ​ຊຸ​ມ​ສຳ​ມະ​ນາ ໂດຍ​ບັນ​ດາ​ນັກ​ສິ​ລະ​ປິນ​ສາ​ກົນ​ສະ​ແດງ.

 

 

ຂ່າວ/ບົດ​ອື່ນ