ງານ​ມະ​ໂຫລານ ​ການ​ທ່ອງ​ທ່ຽວ​ທະ​ເລ ຍາ​ຈາງ ຈະ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ 150.000 ເທື່ອ​ຄົນ

(VOVWORLD) - ງານມະໂຫລານ ຈະດຶງດູດແຂກທ່ອງທ່ຽວກ່ວາ 150.000 ເທື່ອຄົນມາທ່ຽວ, ຊອກຮູ້ ແລະ ສັ່ງຊື້ບັນດາຜະລິດຕະພັນ, ນຳໃຊ້ບັນດາການບໍລິການຢູ່ເຫດການ.
ງານ​ມະ​ໂຫລານ ​ການ​ທ່ອງ​ທ່ຽວ​ທະ​ເລ ຍາ​ຈາງ ຈະ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ 150.000 ເທື່ອ​ຄົນ - ảnh 1ພາບປະກອບ: VOV

ແຂວງແຄງຮ່ວາ ພວມດຳເນີນວຽກງານກະກຽມຈັດງານມະໂຫລາມ ການທ່ອງທ່ຽວທະເລ ຍາຈາງ ຄັ້ງທີ II ປີ 2024, ຄາດວ່າ ຈະດຳເນີນໃນລະຫວ່າງວັນທີ 13 – 16 ມິຖຸນາ ຈະມາເຖິງ. ວັນທີ 6 ມີນາ ທ່ານນາງ ຫງວຽນທິເລະແທັງ, ຫົວໜ້າພະແນກການທ່ອງທ່ຽວແຄງຮ່ວາ, ໃຫ້ຮູ້ວ່າ: ງານມະໂຫລາມ ມີຮ້ານວາງສະແດງການທ່ອງທ່ຽວ, ການຄ້າ, ອາຫານການກິນ ປະມານ 200 ຮ້ານ ພ້ອມກັບຫຼາຍການເຄື່ອນໄຫວທີ່ມີຂອບຂະໜາດໃຫຍ່, ເປັນຫຼາຍຮູບແບບ ເໝາະສົມກັບຫົວຂໍ້ “ອ່າວຍົກ ຍາຈາງ ປະກາຍແຈ້ງ”.

ຄາດວ່າ ງານມະໂຫລານ ຈະດຶງດູດແຂກທ່ອງທ່ຽວກ່ວາ 150.000 ເທື່ອຄົນມາທ່ຽວ, ຊອກຮູ້ ແລະ ສັ່ງຊື້ບັນດາຜະລິດຕະພັນ, ນຳໃຊ້ບັນດາການບໍລິການຢູ່ເຫດການ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຫົວໜ່ວຍ, ວິສາຫະກິດທົ່ວປະເທດ ສົ່ງເສີມການໂຄສະນາພາບພົດ, ເຄື່ອງໝາຍການຄ້າ, ຜະລິດຕະພັນການບໍລິການ ແລະ ເຊື່ອມຕໍ່ຮ່ວມມື ພ້ອມກັນພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ