ງານມະໂຫລານ ເດີ່ນກາຕ່າຍຕື ແຂວງລອງອານ

ງານມະໂຫລານ ເດີ່ນກາຕ່າຍຕື ແຂວງລອງອານ - ảnh 1
(ເດີ່ນ​ກາ​ຕ່າ​ຍຕືພາກ​ໃຕ້​ຫວຽດນາມ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 15 – 16/02, ຢູ່​ເມືອງ ​ເກີນ​ເດື໋ອກ (​ແຂວງ ລອງ​ອານ), ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ລອງ​ອານ ​ໄດ້​ຈັດ​ງານ​ມະ​ໂຫລານ ​ເດີ່ນ​ກາ​ຕ່າ​ຍຕືພາກ​ໃຕ້​ຫວຽດນາມ ​ແຂວງ​ລອງ​ອານ, ຄັ້ງ​ທີ 20. ມີນັກ​ສິລະ​ປິນ, ນັກ​ດົນ​ດີ​ກວ່າ 100 ຄົນຂອງ 11 ຄະນະ​ເດີ່ນ​ກາ​ຕ່າ​ຍຕື ​ໃນ​ແຂວງ ​ແລະ ຢູ່​ບັນດາ​ແຂວງ, ນະຄອນ​ຄື: ດົ່ງ​ນາຍ, ບິ່ງ​ເຢືອງ, ​ເກີນ​ເທີ, ນະຄອນ​ໂຮ່ຈິ​ມິນ, ວິ​ງລອງ ​ເຂົ້າຮ່ວມ​ງານ​ມະ​ໂຫລານ. ​ເນື່ອງ​​ໃນ​ໂອກາດ​ນີ້, ​ແຂວງ​ລອງ​ອານ ມີນັກ​ສິລະ​ປິນ ​ເດີ່ນ​ກາ​ຕ່າ​ຍຕື ​3 ຄົນ​ທີ່ໄດ້​ຮັບ​ນາມມະ​ຍົດ “ນັກ​ສີ​ລະ​ປິນພື້ນ​ເມືອງ”. ບັນດາ​ຄະນະ​ເດີ່ນ​ກາ​ຕ່າ​ຍຕື ​ໄດ້​ສະ​ແດງ​ບັນດາ​ບົດ​ເພງ​ຍ້ອງ​ຍໍ​ພັກ, ປະທານ​​ໂຮ່ຈິ​ມິນ, ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ຍ້ອງຍໍ​ວິວັດ​ການ​ປ່ຽນ​ໃໝ່, ກໍ່ສ້າງ​ຕາ​ແສງ​ຊົນນະບົດ​ໃໝ່... ທີ່​ງານ​ມະ​ໂຫລານ ຍັງ​ຈັດ​ງານ​ວາງສະ​ແດງ​ຮູບຖ່າຍ, ປະຫວັດຫຍໍ້​ຂອງ​ບັນດາ​ນັກ​ສິລະ​ປິນທີ່​ໄດ້​ປະກອບສ່ວນ​ໃຫ້​ແກ່​ເດີ່ນ​ກາ​ຕ່າ​ຍຕືພາກ​ໃຕ້​ຫວຽດນາມ ​ແລະ ບັນດາ​ຜົນງານ​ໃນ​ການ​ປ່ຽນ​ໃໝ່​ເສດຖະກິດ - ສັງຄົມຂອງ​​ແຂວງ​ລອງ​ອານ.

ຂ່າວ/ບົດ​ອື່ນ