ງານມະໂຫລານ“Printemps en ville”,ຈຸດນັບພົບຂອງອະດີດນັກສຶກສາຫວຽດນາມຢູ່ຝຣັ່ງ

ງານມະໂຫລານ“Printemps en ville”,ຈຸດນັບພົບຂອງອະດີດນັກສຶກສາຫວຽດນາມຢູ່ຝຣັ່ງ - ảnh 1
ທ່ານ Jean Noel Poirier, ​ເອກ​ອັກຄະ​ລັດຖະທູດ ຝຮັ່ງ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ງານມະໂຫລານ
(ພາບ: Quế Anh/Vietnam+)

(vovworld) –  ງານ​ມະ​ໂຫລານ “Printemps en ville” (ລະດູ​ບານ​ໃໝ່​ຢູ່​ນະຄ​ອນ) ຈັດ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 5/3, ຢູ່ ຮ່າ​​ໂນ້ຍ. ນີ້​ແມ່ນ​ຄັ້ງ​ທີ 3 ທີ່ສະມາຄົມ​ອະດີດ​ນັກສຶກສາ ຫວຽດນາມ ຢູ່ ​ຝຣັ່ງ (UAVF) ສົມທົບ​ກັບ​ສະຖານທູດ ຝຣັ່ງ ຈັດ​ຕັ້ງ​ເຫດການ​ນີ້ ຢູ່​ບໍລິ​ເວນ​ສະຖານ​ທູດ ​​ຝຣັ່ງ. ນີ້​ກໍ​ແມ່ນ​ເຫດການ​ປະຈຳ​ປີ​ໂດຍ UAVF ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງວັນ​ໃຊ້​ພາສາ ຝຣັ່ງ ສາກົນ (20/3). ​ໃນ​ຄຳ່​ຄືນ​ດຳ​ເນີນ​ງານ​ມະ​ໂຫລານ, ບັນດາ​ຜູ​້​ເຂົ້າ​ຮ່ວມ​ໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ​ດ້ວຍ​ບັນດາ​ບົດ​ເພງ, ວາດ​ຟ້ອນ ຂອງ ຫວຽດນາມ ​ແລະ ຝຣັ່ງ. ທ່ານ Jean Noel Poirier, ​ເອກ​ອັກຄະ​ລັດຖະທູດ ຝຮັ່ງ ປະຈຳ ຫວຽດນາມ ​ໄດ້​ແບ່ງປັນ​ວ່າ: ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ ຫວຽດນາມ ​ທີ່ເຄີຍ​ຮຳ່ຮຽນ​ຢູ່ ຝຣັ່ງ ​ພົບ​ປະກັນ, ພ້ອມ​ກັນ​ຫວນ​ຄືນ​ອະນຸສອນ​ຕ່າງໆ​ຄາວ​ຮຽນ​ຢູ່ ຝຣັ່ງ. ປີ 2015, ສ​ະຖານ​ທູດ ຝຣັ່ງ ​ແລະ UAVF ​ໄດ້​ພ້ອມ​ກັນ​ຮ່ວມ​ມື, ລະ​ດົມ​ບັນດາ​ບໍລິສັດ ​ຝຣັ່ງ ຢູ່ ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ວິ​ສາ​ຫະກິດ​ຢູ່ ຫວຽດນາມ ​ເວົ້າ​ລວມ ຊ່ວຍ​ເຫຼືອ​ບັນດາ​ນັກ​ສຶກສາ ຫວຽດນາມ ຢູ່ ຝຮັ່ງ ​ມີ​ວຽກ​ເຮັດ​ງານ​ທ​ຳ ​ແລະ ພັດທະນາ. ທ່ານ​ເອກ​ອັກຄະ​ລັດຖະທູດ ຝຣັ່ງ ຫວັງ​ວ່າ: ການ​ຮ່ວມ​ມື​ນີ້​ຈະ​​ໄດ້ຮັບ​ການ​ສືບ​ຕໍ່​ໃນ​ອະນາຄົດ.

 


ຂ່າວ/ບົດ​ອື່ນ