ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ12ຖືກໄຂຂຶ້ນໃນຕອນຄຳ່ວັນທີ20/4

ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ12ຖືກໄຂຂຶ້ນໃນຕອນຄຳ່ວັນທີ20/4 - ảnh 1
ການເສັງຂອງສະຖານີວິທະຍຸ - ກະຈາຍສຽງ ອານຢາງ

(vovworld) – ຕອນ​ຄຳ່​ວັນ​ທີ 20/4, ພິທີ​ໄຂ​ງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ປີ 2016 ຖືກ​ໄຂ​ຂຶ້ນ​ຢູ່​ແຂວງ ​ແຄ໋ງຮ່ວາ. ງານ​ມະ​ໂຫລານ​ຄັ້ງ​ນີ້​ໂດຍ​ວິທະຍຸ​ກະຈາຍສຽງ ຫວຽດນາມ ສົມທົບ​ກັບສະຖານີ​ວິ​ທະ​ຍຸ - ​ໂທລະພາບ​ແຂ​ວງ ​ແຄ໋ງຮ່ວາ ຈັດ​ຕັ້ງຂຶ້ນ. ງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວ​ປະ​ເທດຄັ້ງ​ທີ 12 ປີ 2016 ມີ​ຫົວ​ຂໍ້​ວ່າ “ກະຈາຍສຽງ​ທັນ​ສະ​ໄໝ​​ໃນ​ຫຼາຍ​ພື້ນຖານ”. ​ໃນ​ຈຳນວນ 265 ລາຍການ​ກະຈາຍສຽງ​ຂອງ 78 ຫົວໜ່ວຍ​ເຂົ້າ​ຮ່ວມ​ການ​ປະກວດນີ້, ມີ 199 ລາຍການ​ໄດ້​ຮັບ​ເລືອກ​ເຂົ້າ​ຮອບ​ຊິງ​ຊະນະ​ເລີດ.

        ທ່ານ​ນາງ ຫງວຽນ​ທິລານ​ເຮືອງ, ຫົວໜ້າ​ຄະນະ​​ປະຈຳການ​ບັນນາທິການ ​ແລະ ຜູ້​ຟັງ, ວິທະຍຸ​ກະຈາຍ​ສຽງ ຫວຽດນາມ, ​ເລຂາທິການ​ໃຫຍ່​ງານ​ມະ​ໂຫລານ​ກະຈາຍສຽງ​ທົ​່ວປະ​ເທດ​ຄັ້ງ​ທີ 12, ​ໃຫ້​ຮູ້​ວ່າ​:

        “ປີ​ນີ້, ຈຳນວນ​ວິ​ທະຍຸ​ກະຈາຍສຽງ​ຈົດ​ທະບຽນ​​ເຂົ້າ​ຮ່ວມ​ການ​ປະ​ກວດເພີ່ມ​ຂຶ້ນ​ສູງ​ກ່ວາ​ເມື່ອ​ທຽບ​ໃສ່​ປີ​ກ່ອນ. ບັນດາ​ລາຍການ​ກະຈາຍສຽງ​ທີ່​ເຂົ້າ​ຮ່ວມ​ການ​ປະ​ກວດ​ໂດຍ​ກົງ​ນັ້ນ​ລ້ວນ​ແຕ່​ໄດ້​ຖ່າຍ​ທອດ​ສົດ​ໄປ​ຍັງທ້ອງ​ຖິ່ນ​ຂອງ​ຕົນ. ​ເຕັກ​ໂນ​ໂລ​ຢີພັດທະນາ​ດັ່ງ​ນັ້ນ​ເງື່ອນ​​ໄຂ​​ເພື່ອ​ຖ່າຍ​ທອດ​ສົດ​ໄປ​ຍັງ​ທ້ອງ​ຖິ່ນ​ຈະ​ຮັບປະກັນ​ໄດ້​ຄຸນ​ນະພາ​ບ. ​ແຕ່​ສິ່ງ​ສຳຄັນ​ກ່ວາ​ນັ້ນ​ແມ່ນ​ຄວາມ​ສາມາດ​ຂອງ​ຜູ້​​ເຮັດ​ວຽກ​ງານ​ກະຈາຍສຽງ​ໂດ​ຍຖ່າຍ​ທອດ​ສົດ​ໄດ້ເພີ່ມ​ຂຶ້ນ, ດັ່ງ​ນັ້ນຈຳນວນ​ຜູ້​ຈົດ​ທະບຽນ​ເຂົ້າ​ຮ່ວມ​ປະ​ກວດ​ຖ່າຍ​ທອດ​ສົດ​ແມ່ນ​ເພີ່ມ​ຂຶ້ນ.”


ຂ່າວ/ບົດ​ອື່ນ