ງານມະໂຫລານດົນຕີຕຳຫຼວດສາກົນຄັ້ງທີ 20 ດຳເນີນຢູ່ນະຄອນ ໂຮ່ຈີມິນ

ງານມະໂຫລານດົນຕີຕຳຫຼວດສາກົນຄັ້ງທີ 20 ດຳເນີນຢູ່ນະຄອນ ໂຮ່ຈີມິນ - ảnh 1
(ພາບປະກອບ)

(vovworld) - ຕຳຫຼວດ 200 ກວ່າ​ຄົນ​ຈາກ 4 ປະ​ເທດ​ເຊັ່ນ: ຫວຽດນາມ, ຍີ່ປຸ່ນ, ອາ​ເມ​ລິ​ກາ, ສິງ​ຄະ​ໂປ ຈະ​ເຂົ້າ​ຮ່ວມງານ​ມະ​ໂຫລານ​ດົນຕີ​ຕຳຫຼວດ​ສາກົນ​ຄັ້ງ​ທີ 20 ທີ່ດຳ​ເນີນ​ຢູ່​ນະຄອນ ​ໂຮ່ຈີ​ມິນ​ ໃນ​ລະຫວ່າງ​ວັນ​ທີ 14-15/11. ທີ່​ການ​ປະຊຸມ​ຂ່າວ, ​ໂດຍ​ກະຊວງ​ຕຳຫຼວດ ​ສົມທົບ​ກັບ​ໜັງສືພິມ Mainichi, ຍີ່ປຸ່ນ, ​ຈັດ​ຕັ້ງ​ໃນ​ວັນ​ທີ 12/11, ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ເທື່ອ​ທີ 2 ທີ່​ງານ​ມະ​ໂຫລານ​ດິນ​ຕີ​ຕຳຫຼວດ​ສາກົນ​ຖືກ​ຈັດ​ຕັ້ງ​ຢູ່​ຫວຽດນາມ. ຄະນະ​ພິທີການ​ຕຳຫຼວດ​ຫວຽດນາມ ລວມມີ​ສະມາຊິກ 60 ຄົນ ​ໂດຍ​ພົນ​ຈັດຕະວາ ບູ່​ນຕ໋ຽນກາມ, ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດ​ເຄື່ອນ​ທີ່, ກະຊວງ​ຕຳຫຼວດ​​ເປັນ​ຫົວໜ້າ​ຄະນະ. ງານ​ມະ​ໂຫລານ​ດົນຕີ​ຕຳຫຼວດ​ສາກົນ​ຖືກ​ຈັດ​ຕັ້ງ​ປະຈຳ​ປີ ນັບ​ແຕ່​ປີ 1996 ​ມາ​ຮອດ​ປະຈຸ​ບັນ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ, ​ແລະ ບັນ​ລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ດົນຕີ​ຕຳຫຼວດຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ