ງານມະໂຫລານດົນຕີອາຊຽນFride2015ມີຫົວຂໍ້ເຊີດຊູຄອບຄົວ

ງານມະໂຫລານດົນຕີອາຊຽນFride2015ມີຫົວຂໍ້ເຊີດຊູຄອບຄົວ - ảnh 1
(ພາບປະກອບ: nhandan.com.vn)

(vovworld) – ງານ​ມະ​ໂຫລານ​ດົນຕີ​ອາ​ຊຽນ Fride 2015 ​ໂດຍ​ສະຖານທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ ​ແລະ CAMA (Club for Art and Music Appreciation)-ສະ​ໂມ​ສອນ​ນິຍົມ​ສິລະ​ປະ ​ແລະ ດົນຕີ​ຈັດ​ຕັ້ງ, ​ຈະ​ດຳ​ເນີນ​ໃນ​ວັນ​ທີ 20/6 ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ຂ່າວ​ໂດຍ​ສະຖານທູດ​ອາ​ເມ​ລິ​ກາ ຢູ່ ຮ່າ​ໂນ້ຍ ຍົກ​ອອກມາ​ໃນ​ການ​ປະຊຸມ​ຂ່າວ​ຕອນ​ຄຳ່​ວັນ​ທີ  18/6. ດ້ວຍ​ຫົວ​ຂໍ້ວ່າ: “​ເຊີດ​ຊູ​ຄອບຄົວ”, ງານ​ມະ​ໂຫລານ​ດົນຕີ​ອາ​ຊຽນ Fride 2015 ​ໂດຍການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄະນະ​ດົນຕີ​ທີ່​ມີ​ຊື່​ສຽງ​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ກໍ​ຄື​ບັນດານັກ​ສິລະ​ປິນ ​ແລະ ກຸ່ມນັກ​ສິລະ​ປິນຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ Michael Turnel , ຮອງ​ທີ່​ປຶກສາ​ດ້ານ​ວັດທະນະທຳ, ກິລາ, ສະຖານທູດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ງານ​ມະ​ໂຫລານ​ດົນຕີ​ອາ​ຊຽນ Fride 2015 ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນວັດທະນະທຳ ລະຫວ່າງບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ