ງານມະໂຫລານດົນຕີໃໝ່ສາກົນ ອາຊີ-ເອີລົບ 2014 ຮັດແໜ້ນຄວາມສາມັກຄີ ລະຫວ່າງບັນດາປະເທດ

ງານມະໂຫລານດົນຕີໃໝ່ສາກົນ ອາຊີ-ເອີລົບ 2014 ຮັດແໜ້ນຄວາມສາມັກຄີ ລະຫວ່າງບັນດາປະເທດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ້​ນຊາງ ​​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​
ເຂົ້າ​ຮ່ວມງານ​ມະ​ໂຫລານ​ດົນຕີ​ໃໝ່​ສາກົນ​ອາຊີ-​ເອີ​ລົບ 2014
(ພາບ: TTXVN)

(vovworld)​ ​- ຕອນ​ບ່າຍ​ວັນ​ທີ 8/10, ທີ່​ສຳນັກງານ​ປະທານປະ​ເທດ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ້​ນຊາງ ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມງານ​ມະ​ໂຫລານ​ດົນຕີ​ໃໝ່​ສາກົນ​ອາຊີ-​ເອີ​ລົບ 2014. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ້ນຊາງ ຢັ້ງຢືນ​ວ່າ: ງານ​ມະ​ໂຫລານດົນຕີ​ໃໝ່​ສາກົນ ​ອາຊີ-​ເອີ​ລົບ 2014 ຈະ​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ສາມັກຄີ ລະຫວ່າງ​ບັນດາ​ປະ​ເທດກ່ວາ​ອີກ, ພິ​ເສດ​ແມ່ນຢູ່ 2 ທະວີບອາຊີ-​ເອີ​ລົບ. ​ໂດຍ​ເນັ້ນ​ໜັກ​ການ​ພັດທະນາ​ຂອງ​ພື້ນຖານ​ດົນຕີ​ຫວຽດນາມ ຕິດ​ພັນ​ກັບ​ປະຫວັດສາດ​ນັບ​ພັນ​ປີ, ທ່ານ​ປະທານ​ປະ​ເທດ ​ຢືນຢັນ​ວ່າ: ດົນຕີ​ແມ່ນສິ່ງເຊື່ອມ​ຕໍ່​ລະຫວ່າງ 54 ຊົນ​ເຜົ່າ​ຫວຽດນາມ ​ແລະ ​ເຊື່ອ​ໝັ້ນ​ວ່າ: ງານມະ​ໂຫລານ​ຈະ​​ເຮັດ​ໃຫ້​ຜູ້​ຊົມພ້ອມ​ກັບ​ບັນດາ​ນັກ​ດົນຕີ, ນັກ​ສິລະ​ປະ​ກອນຂອງບັນດາ​ປະ​ເທດ​​ເຂົ້າ​ໃຈ​ ກ່ຽວ​ກັບ​ມູນ​ເຊື້ອ​ວັດທະນະທຳ ​ແລະ ຄຸນຄ່າ​ທີ່​ດີ​ເລີດ​ຂອງ​ດົນຕີ​ຫວຽດນາມ ​ຄື: ຂັບກາ​ຈູ່, ກວານ​ຮໍ້, ວັດທະນະທຳ​ຄ້ອງເຕີຍ​ງວຽນ​ ໂດຍ UNESCO ຮັບຮອງ​ເປັນ​ມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ. ບັນດາ​ນັກ​ດົນຕີ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຈະ​ແມ່ນ​ທູດ​ແຫ່ງ​ດົນຕີ​ເຊື່ອມ​ຕໍ່ ລະຫວ່າງ 2 ພາກ​ພື້ນ ອາຊີ-​ເອີ​ລົບ.

ຂ່າວ/ບົດ​ອື່ນ