ງານມະໂຫລານອາຫານການກິນສາກົນ - ເຫວ໋ 2016

ງານມະໂຫລານອາຫານການກິນສາກົນ - ເຫວ໋ 2016 - ảnh 1
(ພາບປະກອບຈາກ plo.vn)

(vovworld) - ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 15/4 ຢູ່​ນະຄອນ ​ເຫວ໋, ຄະນະ​ຈັດຕັ້ງງານ​ມະ​ໂຫລານ​ອາຫານ​ການ​ກິນ​ສາກົນ - ​ເຫວ໋ 2016​ໃຫ້​ຮູ້​ວ່າ, ງານ​ມະ​ໂຫລານ​ອາຫານ​ການ​ກິນ​ສາກົນ - ​ເຫວ໋ 2016 ຈະ​ດຳ​ເນີນ​ໃນ​ໂອກາດ Festival ​ເຫວ໋ 2016, ຢູ່​ສວນສາທາລະນະ ຟູ໋ຊວນ, ດ້ວຍ​ບັນດາ​ຮູບ​ການ​ສິລະ​ປະ​ອາຊີບ, ອາຫານ​ການ​ກິນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ຄະນະ​ສິລະ​ປະ, ບັນດາ​ນັກ​ສິລະ​ປະການ… ງານ​ມະ​ໂຫລານ​ອາຫານ​ການ​ກິນ​ສາກົນ - ​ເຫວ໋ 2016ປະກອບ​ດ້ວຍ 100 ກວ່າ​ຮ້ານ​ວາງສະ​ແດງ, ​ໃນ​ນັ້ນ​ມີ 15-16 ຮ້ານ​​ແມ່ນ​ມາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບາງ​ປະ​ເທດ​ອາຊີ. ທ່ານ ດິງ​ແມ້ງ​ທັ໋ງ, ປະທານ​ສະຫະ​ສະມາຄົມ​ທ່ອງ​ທ່ຽວ ​ເທື່ອ​ທຽນ​ເຫວ໋, ຫົວໜ້າ​ຄະນະ​ຈັດ​ຕັ້ງ ງານ​ມະ​ໂຫລານ​ອາຫານ​ການ​ກິນ​ສາກົນ - ​ເຫວ໋ 2016, ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ງານ​ມະ​ໂຫລານ​ຖືກ​ຈັດ​ຕັ້ງ​ເທື່ອ​ທີ​ສອງ, ຈຸດ​ທີ່​ແຕກ​ຕ່າງ​ກັນ​ໃນ​ປີ​ນີ້​ນັ້ນ​ແມ່ນ​ພວກ​ເຮົາ​ໄດ້​ເຊີນ​ບັນດາ​ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ. ປີ 2014, ພວກ​ຂ້າພະ​ເຈົ້າ​ມີ​ແຕ່​ເຊີນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ​ເຂົ້ຮ່ວມ​ເທົ່າ​ນັ້ນ, ​ແຕ່​ປີ​ນີ້​ມີ​ບາງ​ປະ​ເທດ​ຢູ່​ເອີ​ລົບ​ຕາ​ເວັນ​ຕົກ, ສ່ວນ​ໃນ​ພາກ​ພື້ນ​ມີ​ປະ​ເທດ​ຍີ່ປຸ່ນ, ສ​ເກົາຫຼີອີກ. ສ່ວນ​ພາຍ​ໃນ​ປະ​ເທດ, ພວກ​ຂ້າພະ​ເຈົ້າ​ເຊີນ 23 ​ແຂວງ​ນະຄອນ​ເຂົ້າ​ຮ່ວມ. ພິ​ເສດ, ພວກ​ຂ້າພະ​ເຈົ້າ​ໄດ້​ສົ່ງ​ເສີມ​ບັນດາ​ເຂດ​ແຄວ້ນ​ນຳ​ເອົາ​ບັນດາ​ອາຫານ​ພິ​ເສດສະ​ເພາະ​ມາ​ແນະນຳ​ເຖິງ​ສາທາລະນະ​ຊົນ“.


ຕອບກັບ

ຂ່າວ/ບົດ​ອື່ນ