ງານ​ມະ​ໂຫລານ​ອາ​ຫານການ​ກິນ​ສາ​ກົນ​ຄັ້ງ​ທີ 11 ຄຶກ​ຄື້​ນ​ມ່ວນ​ຊື່ນ

(VOVWORLD) -    ງານມະໂຫລານອາຫານການກິນສາກົນ ຄັ້ງທີ 11 ດ້ວຍຫົວຂໍ້ “ລະດູບານໃໝ່” ໂດຍກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນໃນວັນທີ 10 ທັນວາ ຢູ່ຮ່າໂນ້ຍ.
ງານ​ມະ​ໂຫລານ​ອາ​ຫານການ​ກິນ​ສາ​ກົນ​ຄັ້ງ​ທີ 11 ຄຶກ​ຄື້​ນ​ມ່ວນ​ຊື່ນ - ảnh 1ຮ້ານວາງສະແດງຜະລິດຕະພັນທີ່ເປັນເອກະລັກຂອງແຂວງ ຂອງພາກໃຕ້ສ່ຽງເຫໜືອ (ພາບ: TTXVN)

ຈຸດພົ້ນເດັ່ນຂອງເຫດການປີນີ້ ແມ່ນຈຳນວນຫ້າງຮ້ານເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍເກືອບ 150 ຮ້ານ ເຊິ່ງມາຈາກບັນດາສະຖານທູດ, ສູນວັດທະນະທຳຕ່າງປະເທດ, ພະແນກການຕ່າງປະເທດຂອງແຂວງ, ນະຄອນຕ່າງໆ, ວິສາຫະກິດ ແລະ ຫົວໜ່ວຍຕ່າງໆໃນກະຊວງການຕ່າງປະເທດ. ເຫດການລວມມີບັນດາກິດຈະກຳຄື: ແນະນຳອາຫານການກິນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແລະ ບັນດາປະເທດ; ແລກປ່ຽນວັດທະນະທຳ ສິລະປະ; ວາງສະແດງ ແລະ ວາງຂາຍອາຫານພື້ນບ້ານຂອງທ້ອງຖິ່ນ ແລະ ການລະດົມເງິນສ້າງກອງທຶນມູນນິທິ.

        ນອກຈາກນັ້ນແລ້ວ, ຈຸດໃໝ່ຂອງເຫດການນີ້ ຍັງແມ່ນຮູບພາບກ່ຽວກັບ “ຖະໜົນ ອາຊຽນ” ຂະໜາດນ້ອຍ. ນີ້ແມ່ນບ່ອນທີ່ຫ້າງຮ້ານຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຈັດຢູ່ລຽນກັນ, ອັນໄດ້ສ້າງບັນຍາກາດສະໜິດສະໜົມ ແລະ ສະດວກ ເພື່ອໃຫ້ລູກຄ້າສາມາດຊິມອາຫານທຸກເຍື່ອງທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ