ງານມະໂຫລານຮູບເງົາເອກະສານ ເອີຣົບ - ຫວຽດນາມ ຄັ້ງທີ 10

(VOVWORLD) - ງານມະໂຫລານຮູບເງົາເອກະສານ ເອີຣົບ - ຫວຽດນາມ ຄັ້ງທີ 10 ຈະດຳເນີນແຕ່ວັນທີ 31 ພຶດສະພາ - ວັນທີ 9 ມິຖຸນາ ຢູ່ບໍລິສັດຮູບເງົາເອກະສານ ແລະ ວິທະຍາສາດສູນກາງ, ຮ່າໂນ້ຍ.

ງານມະໂຫລານຮູບເງົາຄັ້ງນີ້ ມີການເຂົ້າຮ່ວມຂອງຮູບເງົາເອກະສານດີເດັ່ນ 25 ເລື່ອງ, ໃນນັ້ນ 10 ເລື່ອງແມ່ນຂອງບັນດາປະເທດ ໂອຕາລິດ, ຝຣັ່ງ, ແບນຊິກ, ເຢຍລະມັນ, ແອັດສະປາຍ, ສະວິດ, ແດນມາກ, ເຊັກໂກ, ອັງກິດ, ອິດສະລາແອັນ ແລະ 15 ເລື່ອງແມ່ນຂອງ ຫວຽດນາມ. ທ່ານ ຈິ້ງກວາງຕູ່ງ, ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບດ້ານສິລະປະບໍລິສັດຮູບເງົາເອກະສານ ແລະ ວິທະຍາສາດສູນກາງໃຫ້ຮູ້ວ່າ:

        ພິເສດແມ່ນໃນໂອກາດນີ້, ພວກຂ້າພະເຈົ້າພວມລໍຖ້າຮູບເງົາກ່ຽວກັບທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ, ເຊິ່ງແມ່ນຮູບເງົາກ່ຽວກັບນັກການເມືອງຍິງ ທີ່ພວມຮັກສາດຳລົງຕຳແໜ່ງ ພວກເຮົາຈະຮັບເອົາຮູບເງົານັ້ນ ເພື່ອຊອກຮູ້ກ່ຽວກັບວິທີສຳຜັດ ຫຼື ເລົ່າເລື່ອງກ່ຽວກັບປະມຸກລັດຄືແນວໃດ. ນີ້ອາດເວົ້າໄດ້ວ່າ ແມ່ນຈຸດໃໝ່ໃນງານມະໂຫລານຮູບເງົາຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ