ງານມະໂຫລານເພງພື້ນເມືອງຫວຽດນາມປີ2015-ເຂດທາງທິດໃຕ້ພາກກາງຫວຽດນາມ

ງານມະໂຫລານເພງພື້ນເມືອງຫວຽດນາມປີ2015-ເຂດທາງທິດໃຕ້ພາກກາງຫວຽດນາມ - ảnh 1
ລາຍ​ການ​ສິ​ລະ​ປະ​ທີ່​ງານ​ມະ​ໂຫລານ
ພາບ:baophuyen.com

(vovworld)-​​ຕອນ​ຄ່ຳ​ວັນ​ທີ 11/4, ໂທ​ລະ​ພາບ​ຫວຽດ​ນາມ ສາ​ຂາ​ແຂວງ ຟູ​ອຽນ ໄດ້​ຈັດ​ຕັ້ງ​ງານ​ມະ​ໂຫລານ​ເພງ​ພື້ນ​ເມືອງ​ຫວຽດ​ນາມ​ປີ 2015 ເຂດ​ທາງ​ທິດ​ໃຕ້​ພາກ​ກາງ. ເຂົ້າ​ຮ່ວມ​ງາ​ນ​ມະ​ໂຫລານ ມີ​7 ກອງ​ສິ​ລະ​ປະ ມາ​ຈາກ​ບັນ​ດາ​ແຂວງ​ຄື: ກວ໋າງ​ຫງາຍ, ບີງດີ້ງ, ຟູ​ອຽນ, ແຄງ​ຮ່​ວາ, ນີງ​ທ້ວນ, ບີງ​ທ້ວນ ແລະ ນະ​ຄອນ ດາ​ຫນັງ. ໃນ​ງານ​ມະ​ໂຫລານ​ຄັ້ງ​ນີ້, ບັນ​ດາ​ນັກ​ສິ​ລະ​ປິນ ໄດ້​ແນະ​ນຳ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ເຕັມໄປ​ດ້ວຍ​ສີ​ສັນ​ສະ​ເພາະ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຄື: ChamH’roi, Ede, Raglay, Giarai. ຜ່ານ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງນັ້ນ ໄດ້​ວາດ​ພາບ​​ສີ​ສັນ​ວັດ​ທະ​ນະ​ທຳ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່, ຮີດ​ຄອງ​ປະ​ເພ​ນີ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ຊາວ​ທາງ​ທິດ​ໃຕ້​ພາກ​ກາງ​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ