ງານ​ລາຕີກາບກອນ ຫວຽດນາມ 2014


ງານ​ລາຕີກາບກອນ ຫວຽດນາມ 2014 - ảnh 1

 (ພາບ: vov)

 (vovworld)- ​ຕອນ​ຄ່ຳວັນ​ທີ 14/2,  ກົງ​ກັບວັນ​ທີ 15 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິທິນ​ປີ​ມະ​ເມຍ, ສະຖານທູດ​ຫວຽດນາມ ສົມທົບ​ກັບ​ສະມາຄົມ​ສິລະ​ປະ​ວັນນະຄະດີ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ຈັດ​ງານ​ລາຕີ​ກາບກອນ​ມູນ​ເຊື້ອ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຟ້າ​ມຊວນ​ເຊີນ, ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຢືນຢັນ​ວ່າ:

   “ຄ່ຳ​ຄື​ນມື້​ນີ້​ແມ່ນ​ວັນ​ບຸນ​ກາບກອນ, ຂ້າພະ​ເຈົ້າຢາກ​ຢັ້ງຢືນ​ວ່າ, ​ໃນການ​ພົວພັນ​ລະຫວ່າງ​ຫວຽດນາມ-​ສະ​ຫະພັນ​ລັດ​ເຊຍ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ ​ແລະ ທັງ​ວັນນະຄະດີ​ມີ​ບົດບາດ​ສຳຄັນ​ທີ່​ສຸດ. ພື້ນຖານ​ວັນນະຄະດີ​ລັດ​ເຊຍ, ວັນນະຄະດີ​ໂຊ​ວຽດ ມີ​ກຳລັງ​ແຮງ​ພິ​ເສດ ​ແລະ ຜົນ​ສະທ້ອນ​ອັນ​ໃຫ່ຍຫຼວງ​ຕໍ່​ຊາວ​ຫວຽດນາມ​ ຫຼາຍ​ລຸ່ນຄົນ, ​ໄດ້​ສ້າງພື້ນຖານ​ດ້ານ​ຈິດ​ໃຈ​ທີ່​ມີຄ່າ​ທີ່​ສຸດ​ໃຫ້​ແກ່​ພວກ​ເຮົາ, ຊ່ວຍ​ພວກ​ເຮົາ​ເຂົ້າ​ໃຈກັນ​ກ່ວາ ​ແລະ ຍ້ອນ​ເຫດ​ນັ້ນຈະ​ຊ່ວຍ​ປັບປຸງ​ການ​ພົວພັນ​ມິດຕະພາບ​ອ້າຍ​ນ້ອງ​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ“.

  ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ຢູ່​ນະຄອນ​ຮວາບິງ, ທ່ານ​ບຸ່ຍ​ວັນ​ກິ້ວ ຮອງ​ປະທານ​ປະຈຳ​ຄະນະ​ກຳມະກການ ປຊຊ ​ແຂວງ​ຮວາບິງ ​ໄດ້​ລັ່ນ​ຄອງ​ເປີດ​ງານ​ບຸນ​ກາບກອນ​ວັນ​ເພັງ​​ເດືອນ​ຈຽງ​ປີ 2014 ຊົມ​ເຊີຍພັກທີ່​ກຽດ​ສະຫງ່າ ​ແລະ ອວຍພອນ​ລະດູບານ​ໃໝ່.

  ​ໃນ​ໂອກາດ​ນີ້, ບັນດາ​ແຂວງ​ກ່າ​ເມົາ, ບິ່ງ​ເຢືອງ, ກັນ​ເທີ, ​ແທງ​ຮວາ… ​ແລະ ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ກໍ່​ໄດ້​ຈັດ​ວັນ​ກາບກອນ​ຫວຽດນາມ ຄັ້ງທີ 12 ຂຶ້ນ​ເຊັ່ນ​ດຽວ​ກັນ./.

ຂ່າວ/ບົດ​ອື່ນ