ງານລາຕີວັດທະນະທຳອາຊຽນ2015ຢູ່ນອກແວ

 ງານລາຕີວັດທະນະທຳອາຊຽນ2015ຢູ່ນອກແວ - ảnh 1
(ພາບປະກອບ)

(vovworld) – ​​ຫວ່າງ​ແລ້ວ​ນີ້, ຢູ່​ນະຄອນຫລວງ Oslo, ປະ​ເທດ ນອກ​ແວ, ສະຖານທູດ ຫວຽດນາມ ສົມທົບ​ກັບ​ສະຖານທູດ ອິນ​ໂດ​ເນ​ເຊຍ, ມຽນມາ, ຟີລິບ​ປິນ ​ແລະ ​ໄທ ຈັດ​ຕັ້ງ​ງານ​ລາຕີ​ວັດທະນະທຳ ອາ​ຊຽນ 2015. ລາຍກາ​ນນີ້ ​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບ ອາ​ຊຽນ, ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ ອາ​ຊຽນ ຢູ່ ນອກ​ແວ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ນອກ​ແວ ກັບ ອາ​ຊຽນ, ກໍ​ຄື​ກັບແຕ່ລະ​ປະ​ເທດ​ສະມາ​ຊິກ ອາ​ຊຽນ. ດ້ວຍ​ຖານະ​​ເປັນປະທານ​ຄະນະ​ກຳມະການ ອາ​ຊຽນ ຢູ່ Oslo, ຕາງໜ້າ​ໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ​ປະ​ເທດ​ສະມາຊິກ ອາ​ຊຽນ ປະຈຳ Oslo, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫວຽ​ດນາມ ​ເລ​ທິຕ໋ວຽດມາຍ ​ໄດ້ກ່າວ​ຄຳ​ປາ​ໄສ​ໄຂ​ງານ​ລາຕີ​ວັດທະນະທຳ ອາ​ຊຽນ 2015, ​ເນັ້ນ​ໜັກ​ເຖິງ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ພົວພັນ ອາ​ຊຽນ ​ແລະ ນອກ​ແວ ດ້ວຍ​ເລື່ອງ​ບັນດາ​ປະ​ເທດ ອາ​ຊຽນ ຍອບ​ຮັບ ນອກ​ແວ ​ເປັນ​ຄູ່​​ເຈລະຈາ​ຂົງ​ເຂດ​ຂອງ ອາ​ຊຽນ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 5/8/2015, ​ເປີດ​​ກາລະ​ໂອກາດ​ເພື່ອຊຸກຍູ້​ການ​ຮ່ວມ​ມື​ຫລາຍ​ດ້ານ​ກ່ວາ​ອີກ, ​ໃນ​ນັ້ນ ມີ​ການ​ເພີ່ມ​ທະວີ​ການ​ລົງທຶນ ​ແລະ ການ​ຄ້າ​ລະຫວ່າງ ນອກ​ແວ ​ແລະ ​ອາ​ຊຽນ. ບັນດາ​ເອກ​ອັກຄະ​ລັດຖະທູດ ອາ​ຊຽນ ຢູ່ Oslo ​ເຊື່ອ​ໝັ້ນ​ວ່າ: ນອກ​ແວ ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ການ​ຜັນ​ຂະ​ຫາຍ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ປະກອບ​ສ່ວນໃຫ້ການ​ພັດທະນາ​ແບບ​ຍືນ​ຍົງຢູ່​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ