ງານລາຕີເຊີດຊູບັນດາຄຸນຄ່າວັດທະນະທຳ Festival ເຫ້ວ ປີ 2018

(VOVWORLD) -ເວລາ 20 ໂມງຂອງວັນທີ 27 ເມສາ, ພິທີໄຂ Festival ເຫ້ວ ຄັ້ງທີ X  ປີ 2018 ດຳເນີນໃນເວລາ 20 ໂມງ ຂອງວັນທີ 27ເມສາ ປີ 2018 ດ້ວຍຫົວຂໍ້: “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ການພັດທະນາ - ເຫ້ວຈຸດນັດພົບຫນຶ່ງ 5 ມໍລະດົກ” ຖືກຈັດຂຶ້ນຢູ່ ສະຫນາມຫລວງ ງໍ້ມົນ ນະຄອນເຫ້ວ, ແຂວງ ເທື່ອທຽນເຫ້ວ. 
ງານລາຕີເຊີດຊູບັນດາຄຸນຄ່າວັດທະນະທຳ Festival ເຫ້ວ ປີ 2018 - ảnh 1 ລາຍການສິລະປະທີ່ພິທີໄຂ Festival ເຫ້ວ ປີ 2018

ທ່ານ ຫວໍວັນເຖືອງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ທ່ານ ຫງວຽນງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ພ້ອມກັບການນຳບັນດາກະຊວງ, ຂະແຫນງການສູນກາງ ພ້ອມດ້ວຍປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ກ່າວຄຳເຫັນທີ່ພິທີໄຂ Festival ເຫ້ວປີ 2018, ທ່ານ ຫງວຽນວັນກາວ, ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ໄດ້ຢືນຢັນ: ທິດນຳຈັດຕັ້ງ Festival ເຫ້ວປີ 2018 ແມ່ນຮັກສາມູນເຊືື້ອ, ເລື່ອງຈັດຕັ້ງ Festival ປີ 2018 ສຳເລັດຜົນ, ປະກອບສ່ວນຢືນຢັນທິດກ້າວເດີນທີ່ຖືກຕ້ອງຂອງ ເທື່ອທຽນເຫ້ວ ເພື່ອແນໃສ່ສ້າງນະຄອນເຫ້ວໃຫ້ກາຍເປັນນະຄອນ Festival ທີ່ເປັນເອກະລັກສະເພາະ, ສົມກັບຫນຶ່ງໃນບັນດາສູນວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ