ງານລາຕີເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈີມິນ

(VOVWORLD) -ໜັງສືພິມ Van Hoa (ແປວ່າ ວັດທະນະທຳ) ໄດ້ຈັດຕັ້ງງານລາຕີ ດ້ວຍຫົວຂໍ້ວ່າ “ຂອງຂວັນເດືອນພຶດສະພາຖະຫວາຍຕໍ່ເພິ່ນ” ເຊິ່ງຈະຖືກຈັດຂຶ້ນໃນຕອນຄ່ຳວັນທີ 18 ພຶດສະພາ ຢູ່ສູນສິລະປະ Au Co, ຢູ່ນະຄອນຫຼວງຮ່າໂນ້ຍ, ຫວຽດນາມ.

ງານລາຕີເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈີມິນ - ảnh 1 ງານລາຕີເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈີມິນ

(ພາບ: Toquoc)

ນີ້ແມ່ນຂອງຂວັນຖະຫວາຍຕໍ່ທ່ານປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ (19 ພຶດສະພາ 1890 – 19 ພຶດສະພາ 2018).

        ງານລາຕີໂດຍບັນດານັກຮ້ອງ ແລະນັກສິລະປິນທີ່ມີຊື່ສຽງສະແດງ. ຈຸດໃໝ່ໃນງານລາຕີປີນີ້ແມ່ນພ້ອມກັບບັນດາບົດເພງກ່ຽວກັບທ່ານປະທານໂຮ່ຈີມິນທີ່ມີຊື່ສຽງແລ້ວ, ຍັງມີບັນດາລາຍການຟ້ອນລຳທຳເພງ ດ້ວຍບັນດາບົດເພງສັນລະເສີນຄວາມງາມ, ຄວາມຮັກບ້ານເກີດເມືອງນອນຂອງປະເທດຫວຽດນາມອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ