ງານລ້ຽງສະເຫຼີມສະຫຼອງ 69 ປີແຫ່ງວັນຊາດສປ ຈີນ

(VOVWORLD) -ຕອນຄ່ຳວັນທີ 30 ກັນຍາ, ທີ່ຮ່າໂນ້ຍ, ອຸປະທູດຊົ່ວຄາວ ສະຖານທູດ ສາທາລະນະລັດ ປະຊາຊົນຈີນ ປະຈຳ  ຫວຽດນາມ ທ່ານ ຫົງສ້ຽວຢຸງ ໄດ້ຈັດງານລ້ຽງຮອງຮັບແຂກເນື່ອງໃນໂອກາດ ສະເຫຼີມສະຫຼອງ 69 ປີ ວັນຊາດແຫ່ງ ສປ ຈີນ (1 ຕຸລາ 1949-1 ຕຸລາ 2018).

ງານລ້ຽງສະເຫຼີມສະຫຼອງ 69 ປີແຫ່ງວັນຊາດສປ ຈີນ - ảnh 1 ທ່ານ ອຸປະທູດຊົ່ວຄາວ ຫົງສ້ຽວຢຸງ

(ພາບ: qdnd.vn)

ທ່ານ ອຸປະທູດຊົ່ວຄາວ ຫົງສ້ຽວຢຸງ ຢັ້ງຢືນວ່າ ຈີນພ້ອມແລ້ວທີ່ຈະຮ່ວມກັບຫວຽດນາມ ຍູ້ແຮງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳການພົວພັນສອງປະເທດພັດທະນາກ້າວຂື້ນສູ່ລະດັບສູງໃໝ່, ນຳເອົາຄວາມຜາສຸກມາສູ່ປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ.

ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ທ່ານລັດຖະມົນຕີກະຊວງການເງີນ ຫວຽດນາມ ດິງຕ໋ຽນຢຸງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ປາຖະໜາຢາກຮ່ວມກັບ ຈີນ ເພີ່ມທະວີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ລົງເລິກການຮ່ວມມືແທດຈິງ, ນຳການພົວພັນສອງປະເທດພັດທະນາເຂົ້າສູ່ລວງເລິກ, ນຳຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ