ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມແລະວັນບຸນທົ່ວປວງຊົນປ້ອງກັນຊາດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944-22/12/2017) ແລະ 28 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22/12/1989-22/12/2017)

ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດງານລ້ຽງຕ້ອນຮັບທູດທະຫານ ແລະ ເອກອັກຄະລັດຖະທູດບັນດາປະເທດ ປະຈຳຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ຟ້າມຫງ້ອກມິງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ປາຖະນາສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບບັນດາປະເທດ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາໃນພາກພື້ນ ແລະ ໃນໂລກ.

        ຕາງໜ້າແຂກຖືກເຊີນ, ທ່ານພັນເອກ ໂຕນເທິດຕວັນ, ທູດທະຫານອາເມລິກາ, ຫົວໜ້າຄະນະທູດທະຫານບັນດາປະເທດ ປະຈຳຫວຽດນາມ, ເຊື່ອໝັ້ນວ່າ ໃນປີ 2018, ກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບບັນດາປະເທດຈະເພີ່ມການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືເພື່ອສ້າງ ແລະ ພັດທະນາການພົວພັນແບບໝັ້ນຄົງ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ