ງານລ້ຽງຮອງຮັບຄະນະທູຕານຸທູດ ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນຊາດຫວຽດນາມ

   ງານລ້ຽງຮອງຮັບຄະນະທູຕານຸທູດ ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີ ແຫ່ງວັນຊາດຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງຮອງ​ຮັບ​ແຂກ​ສາກົນ​

(vovworld)- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງ​ວັນຊາດ​ຫວຽດນາມ 2/9, ຕອນ​ຄ່ຳ​ວັນ​ທີ 28/8, ຢູ່​ຮ່າ​ໂນ້ຍ , ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ເປັນ​ເຈົ້າພາບ​ຈັດ​ງາ​ນລ້ຽງຮອງ​ຮັບ​ແຂກ​ສາກົນ​ຢ່າງສົມ​ກຽດ.

   ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ເນັ້ນ​ໜັກ​ວ່າ ​ໃນ​ຕະຫຼອດ 69 ປີທີ່​ຜ່ານ​ມາ, ປະຊາຊົນ​ຫວຽດນາມ​ໄດ້​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ​ລຳບາກ​ເພື່ອ​ຮັກສາ​ພື້ນຖານ​ເອກະລາດ, ອິດສະຫຼະພາບ​ຂອງ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະພາບ, ສ້າງສາ​ປະ​ເທດ​ຊາດ, ປະກອບສ່ວນ​ຊຸກຍູ້​ສັນຕິພາບ, ມິດຕະພາບ​ຄວາມ​ກ້າວ​ໜ້າ​ໃນ​ພາກ​ພື້ນ ​ແລະ ​ໃນ​​ໂລກ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງກ່າວ​ວ່າ :

  “ ພວກ​ຂ້າພະ​ເຈົ້າຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ແມ່ນ​ຕິດ​ພັນ​ກັບ​ສັນ​ຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ ໃນ​ພາກ​ພື້ນ ​ແລະ ​ໃນ​​ໂລກ. ການ​ສົນທະນາ, ການ​ຮ່ວມ​ມື, ຄວາມ​ເຄົາລົບ​ຜົນ​ປະ​ໂຫຍ​ດຂອງ​ກັນ​ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ບັນດາ​ມາດ​ຖານ​ລວມ ​ແມ່ນ​ພື້ນຖານ, ​ແບບ​ວິທີ​ພື້ນຖານ ​ແລະ ມີ​ປະສິດທິ​ຜົນທີ່​ສຸດ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃຫ້​​ແກ່​ທຸກໆ​ປະ​ເທດ. ຫວຽດນາມ​ຍາມ​ໃດ​ກໍ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ໃນ​ບັນດາ​ບັນຫາ​ຄວາມ​ໝັ້ນຄົງ, ການ​ພັດທະນາ​ລວມຂອງ​ພາກ​ພື້ນ ​ແລະ ​ໃນ​​ໂລກ. ”

   ​ໂດຍ​ຕາງໜ້າ​ບັນດາ​ແຂກ​ສາກົນຜູ້​ທີ່​ມີ​ກຽດທີ່​ມາ​ຮ່ວມ​ງານ​ລ້ຽງ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວ​ເນ​ຊູ​ເອລາ ປະຈຳ​ຫວຽດນາມ Rondon Ucategui ຮັກສາ​ການ​ຫົວໜ້າ​ຄະນະ​ທູຕານຸທູດ ​ໄດ້​ອວຍພອນ​ລັດ ​ແລະ ປະຊາຊົນ​ຫວຽດນາມ​ເນື່ອງ​ໃນ​​ໂອກາດວັນຊາດ ​ແລະ ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ​ຈະ​ບັນລຸ​ບັນດາ​ບາດ​ກ້າວ​ເດີນ​ທີ່​ຍາວ​ໄກ​ກ່ວາ​ໃນ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ວັດທະນາ​ຖາວອນ​ໃນ​ປີ 2020, ພ້ອມ​ທັງ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ເວທີ​ປາ​ໄສ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ, ສ້າງ​ພື້ນຖານ​ໃຫ້​ໂລກ​ໜຶ່ງ​ຊຶ່ງ​ໃນ​ນັ້ນ, ທຸກໆ​ປະ​ເທດ​ລ້ວນ​ແຕ່​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ​ໃນ​ສັນຕິພາບ.

ຂ່າວ/ບົດ​ອື່ນ