ງານລ້ຽງຮອງຮັບແຂກເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີວັນຊາດ ສ.ອິນໂດເນເຊຍ

(VOVWORLD) - ຕອນທ່ຽງວັນທີ 6 ກັນຍາ, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ, ຈັດຕັ້ງງານລ້ຽງຮອງຮັບແຂກ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນຊາດ ສ.ອິນໂດເນເຊຍ ຢ່າງສົມກຽດ (17/08/1945 – 17/08/2017).
ງານລ້ຽງຮອງຮັບແຂກເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີວັນຊາດ ສ.ອິນໂດເນເຊຍ - ảnh 1 ງານລ້ຽງຮອງຮັບແຂກເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີວັນຊາດ ສ.ອິນໂດເນເຊຍ

ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi ໄດ້ຫວນຄືນບັນດາເຫດການສຳຄັນທີ່ກ່ຽວຂ້ອງເຖິງ 2 ປະເທດ ອິນໂດເນເຊຍ ແລະ ຫວຽດນາມ ດຳເນີນໃນປີ 2017 ຄື: ສະເຫຼີມສະຫຼອງ 50 ແຫ່ງວັນສ້າງຕັ້ງອາຊຽນ, ສະເຫຼີມສະຫຼອງ 72 ປີແຫ່ງວັນຊາດ 2 ປະເທດ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ແລະ ພິເສດແມ່ນການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ດຳເນີນແຕ່ວັນທີ 22 – 24 ສິງຫາຜ່ານມາ.

        ສ່ວນທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງດີງກຸ້ຍ ຊົມເຊີຍບັນດາຜົນງານ ເຊິ່ງລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ບັນລຸໄດ້ໃນຕະຫລອດ 72 ປີຜ່ານມາ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງດີງກຸ້ຍ ມີຄວາມເຊື່ອໜັ້ນຕໍ່ອະນາຄົດອັນສົດໃສຂອງການພົວພັນທີ່ເປັນມູນເຊື້ອມິດຕະພາບ ຫວຽດນາມ - ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ