ງານວາງສະແດງ MTA ຮ່າໂນ້ຍ 2018 ດຶງດູດ 15 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ

(VOVWORLD) -ງານວາງສະແດງສາກົນຄັ້ງທີ 6 ກ່ຽວກັບເຄື່ອງ, ອຸປະກອນກົນຈັກທີ່ຊັດເຈນ ແລະ ດັດສ້າງໂລຫະເຂດພາກເໜືອ (MTA ຮ່າໂນ້ຍ 2018) ຈະດໍາເນີນໃນລະຫວ່າງວັນທີ 16 - 18 ຕຸລາ 2018 ຢູ່ສູນວາງສະແດງສາກົນຮ່າໂນ້ຍ (ICE). 
ງານວາງສະແດງ  MTA ຮ່າໂນ້ຍ 2018 ດຶງດູດ  15 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ - ảnh 1ການປະຊຸມຂ່າວກ່ຽວກັບ ງານວາງສະແດງ MTA ຮ່າໂນ້ຍ 2018 (ພາບ:dantri.com.vn)

ງານວາງສະແດງ MTA ຮ່າໂນ້ຍ 2018 ໄດ້ຮັບການສະໜັບສະໜູນຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງອຸດສາຫະກໍາ - ການຄ້າ, ສະມາຄົມການຫັນເປັນອັດຕະໂນມັດຫວຽດນາມ, ສະມາຄົມວິສະວະກອນເຄື່ອງ ກົນຈັກອັດຕະໂນມັດຫວຽດນາມ ແລະ ອື່ນໆ.

ງານວາງສະແດງ MTA ຮ່າໂນ້ຍ 2018 ໄດ້ດຶງດູດວິສາຫະກິດ 165 ແຫ່ງ ທີ່ມາຈາກ 15 ປະເທດ ແລະ ເຂດແຄວ້ນ. ນອກຈາກການວາງສະແດງ, ໂຄສະນາແນະນໍາເຄື່ອງຈັກ,ເຕັກໂນໂລຢີກົນຈັກທີ່ທັນສະໄໝແລ້ວ, ງານວາງສະແດງ MTA ຮ່າໂນ້ຍ 2018 ກໍຍັງແມ່ນ ເວທີປາໄສທີ່ເປັນປະໂຫຍດ ກ່ຽວກັບ ວິທະຍາສາດ ແລະ ເຕັກໂນໂລຢີ ອີກດ້ວຍ. ໃນຂອບເຂດຂອງງານວາງສະແດງ MTA ຮ່າໂນ້ຍ 2018 ຍັງມີ ເວທີປາໄສວິທະຍາສາດກ່ຽວກັບ “ຮູບແບບເສດຖະກິດສະສົມສິນຄ້າ - ການບໍລິການ ຍົກສູງມູນຄ່າ ແລະ ເສີມຂະຫຍາຍຜົນປະໂຫຍດຂອງວິສາຫະກິດ ແລະ ລູກຄ້າໃຫ້ດີທີ່ສຸດ”; ເວທີປາໄສການປະຕິວັດອຸດສາຫະກໍາ 4.0 ສໍາລັບຫວຽດນາມ; ແລະ ກອງປະຊຸມສໍາມະນາ ດ້ວຍຫົວຂໍ້ວ່າ “Blockchain ແລະລະບົບຮັບປະກັນຄວາມປອດໄພຂອງຂໍ້ມູນ - ການບໍລິຫານຂໍ້ມູນ”.

ຕອບກັບ

ຂ່າວ/ບົດ​ອື່ນ