ງານວາງສະແດງ “ຈຸດຄວາມງາມມໍລະດົກເຂດກຸງເກົ່າ ເຮ້ວ ຜ່ານກາບກອນ, ຈິດຕະກຳ”

(VOVWORLD) -ຫໍພິພິດຕະພັນວິຈິດສິນ ເຫ້ວ ໄດ້ຈັດພິທີໄຂງານວາງສະແດງ “ຈຸດຄວາມງາມມໍລະດົກເຂດກຸງເກົ່າ ເຫ້ວ ຜ່ານກາບກອນ, ຈິດຕະກຳ”.
ງານວາງສະແດງ “ຈຸດຄວາມງາມມໍລະດົກເຂດກຸງເກົ່າ ເຮ້ວ ຜ່ານກາບກອນ, ຈິດຕະກຳ” - ảnh 1ທີ່ງານວາງສະແດງ
(ພາບ: TTXVN)

ເພື່ອຂ່ຳນັບຮັບຕ້ອນສັບປະດາ Festival ເຫ້ວ 2022 ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ”, ຕອນບ່າຍວັນທີ 23 ມິຖຸນາ, ຫໍພິພິດຕະພັນວິຈິດສິນ ເຫ້ວ ໄດ້ຈັດພິທີໄຂງານວາງສະແດງ “ຈຸດຄວາມງາມມໍລະດົກເຂດກຸງເກົ່າ ເຫ້ວ ຜ່ານກາບກອນ, ຈິດຕະກຳ”. ງານວາງສະແດງໄດ້ວາງສະແດງ, ແນະນຳເຖິງມະຫາຊົນບັນດາພາບແຕ້ມ; ບົດກະວີສ່ອງແສງໃຫ້ເຫັນບັນດາແງ່ມູມຂອງມໍລະດົກ ເຫ້ວ. ນີ້ແມ່ນໝາກຜົນຂອງລາຍການ “ໄລຍະທາງແຫ່ງການແຕ້ມມໍລະດົກເຂດກຸງເກົ່າ ເຫ້ວ 2022” ໂດຍ ຫໍພິພິດຕະພັນວິຈິດສິນ ເຫ້ວ ຈັດຂຶ້ນ, ດ້ວຍການເຂົ້າຮ່ວມຂອງສະມາຊິກເກືອບ 100 ຄົນ, ລວມມີນັກສະຖາປະນິກ, ນັກສິລະປິນ, ນັກແຕ້ມ, ນັກກະວີ, ນັກປະພັນວັນນະຄະດີ… ງານວາງສະແດງຈະແມ່ນເຂດ “ພົບປະ” ຂອງບັນດາຜູ້ມີຄວາມເມົາມົວຕໍ່ກັບສີລະປະ, ພ້ອມທັງເປັນການເຊື່ອມຕໍ່ວົງຄະນະຍາດ ເພື່ອແນໃສ່ຍົກສູງສະຕິຮັກສາ, ຊຸກຍູ້ການພັດທະນາວັດທະນະທຳ, ການທ່ອງທ່ຽວ, ເສດຖະກິດຂອງທ້ອງຖິ່ນ, ຍົກສູງທີ່ຕັ້ງພາບພົດຂອງດິນແດນ, ຊາວ ເຫ້ວ. ງານວາງສະແດງຈະເປີດປະຕູຮອດວັນທີ 30 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ