ງານວາງສະແດງ “ປະທານໂຮ່ຈີມິນ - ຊີວິດ ແລະ ພາລະກິດ ຈາກເອກະສານ ສໍາເນົາຂອງຫວຽດນາມ ແລະ ສາກົນ

(VOVWORLD) -ຕອນເຊົ້າວັນທີ 28 ສິງຫາ, ງານວາງສະແດງ “ປະທານໂຮ່ຈີມິນ: ຊີວິດ, ພາລະກິດຈາກເອກະສານສໍາເນົາຂອງຫວຽດນາມ ແລະ ສາກົນ ໄດ້ໄຂຂຶ້ນຢູ່ເຂດອະນຸສອນສະຖານ ປະທານໂຮ່ຈີມິນ ຢູ່ທໍານຽບປະທານປະເທດ, ນະຄອນຫຼວງຮ່າໂນ້ຍ. 

ງານວາງສະແດງ ໂດຍກົມເອກະສານຂາເຂົ້າ-ຂາອອກ ແລະ ສໍາເນົາເອກະສານແຫ່ງລັດຫວຽດນາມ ສົມທົບກັບ ເຂດອະນຸສອນສະຖານປະທານໂຮ່ຈີມິນ ພ້ອມດ້ວຍ ອົງການສໍາເນົາເອກະສານສະຫະພັນລັດເຊຍ, ສ. ຝລັ່ງ ແລະ ອາເມລິກາ ຈັດຕັ້ງຂຶ້ນ.

ງານວາງສະແດງ “ປະທານໂຮ່ຈີມິນ - ຊີວິດ ແລະ ພາລະກິດ ຈາກເອກະສານ ສໍາເນົາຂອງຫວຽດນາມ ແລະ ສາກົນ  - ảnh 1 ພີິທີໄຂງານວາງສະແດງ (ພາບ: TTXVN)

        ງານວາງສະແດງໄດ້ແນະນໍາກ່ຽວກັບເອກະສານແຫ່ງຊາດກວ່າ 100 ຢ່າງ ເຊິ່ງປັດຈຸບັນພວມເກັບຮັກສາໄວ້ຢູ່່ບັນດາອົງການສໍາເນົາເອກະສານ, ອົງການວັດທະນະທໍາຂອງຫວຽດນາມ, ສະຫະພັນລັດເຊຍ, ສ.ຝລັ່ງ ແລະ ອາເມລິກາ ກ່ຽວກັບຊີວິດ ແລະພາລະກິດປະຕິວັດຂອງ ປະທານໂຮ່ຈີມິນ. ງານວາງສະແດງລວມມີ 3 ພາກຄື: ພາກທີ 1 ແມ່ນ ເວົ້າເຖິງບ້ານເກີດເມືອງນອນ, ຄອບຄົວ ແລະ ຄາວເຍົາໄວ. ພາກສ່ວນທີ 2 ແມ່ນ: ຈາກອ້າຍບ່າວຮັກຊາດ, ເປັນນັກຮົບປະຕິວັດ ຕະຫຼອດຮອດການນໍາທີ່ປີຊາສາມາດ. ພາກທີີ 3: ຄໍາພິໄນກໍາອັນສັກກະລະບູຊາ - ການເຕົ້າໂຮມຍອດຍິ່ງຂອງແນວຄິດ, ຄຸນສົມບັດ ແລະ ວິຖີຊີວິດຂອງປະທານໂຮ່ຈີມິນ.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ (1969 – 2019), ສໍານັກພິມຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບ ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ ທໍານຽບປະທານປະເທດ, ກົມເອກະສານຂາເຂົ້າ-ຂາອອກ ແລະ ສໍາເນົາເອກະສານແຫ່ງລັດ ຫວຽດນາມ ຈັດພິມຈໍາໜ່່າຍປຶ້ມທີ່ມີຊື່ວ່າ “ປະທານໂຮ່ຈີມິນ: ຊີວິດ ແລະ ພາລະກິດແຫ່ງການປະຕິວັດ ຈາກບັນດາເອກະສານສໍາເນົາຂອງທີ່ຫວຽດນາມ ແລະ ສາກົນ” ດ້ວຍ 04 ພາສາຄື: ພາສາຫວຽດ, ອັງກິດ, ຝລັ່ງ ແລະ ລັດເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ