ງານວາງສະແດງ “ຜົນງານດ້ານເສດຖະກິດການຕ່າງປະເທດ ແລະ ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ”

ງານວາງສະແດງ “ຜົນງານດ້ານເສດຖະກິດການຕ່າງປະເທດ ແລະ ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ” - ảnh 1
ບັນ​ດາ​ຜູ້​ແທນ​ຈັດ​ແຖບ​ຜ້າ​ໄຂ​ງານ​ວາງ​ສະ​ແດງ
ພາບ:nhandan.com

(vovworld)- ໃນ​ຂອບ​ເຂດກອງ​ປະ​ຊຸມ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ​ປີ 2016, ຕອນ​ຄ່ຳ​ວັນ​ທີ 2/11 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ຫ​ນັງ​ສື​ພິມ ຫວຽດ​ນາມ ແລະ ໂລກ ສັງ​ກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ໄຂ​ງານ​ວາງ​ສະ​ແດງ “ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທ​ຶນ​ຢູ່​ຫວຽດ​ນາມ”. ງານ​ວາງ​ສະ​ແດງ​ ມີ 7 ເຂດ​ວາງ​ສະ​ແດງ ໄດ້​ແນະ​ນຳ​ຮູບ​ພາບກວ່າ 300 ແຜ່ນ ກ່ຽວ​ກັບ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ​ໃນ 30 ປີ​​ແຫ່ງ​ການ​ປ່ຽ​ນ​ແປງ​ໃຫມ່ ແລະ ເຊື່ອມ​ໂຍງ ກໍ​ຄື ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ. ງານ​ວາງ​ສະ​ແດງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ, ແນະ​ນຳ​ບໍ​ລິ​ການ, ຜ​ະ​ລິດ​ຕະ​ພັນ​ພົ້ນ​ເດັ່ນ ແລະ ສາ​ມາດ​ແລກ​ປ່ຽນ​ໂດຍ​ກົງ​ກ່ຽວ​ກັບ​ແຜ​ນ​ການ​ຮ່ວມ​ມື​ຂອງວິ​ສາ​ຫະ​ກິດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ງານ​ວາງ​ສະ​ແດງ​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ ແນະ​ນຳ​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ​ກໍ​ຄື​ກາ​ລະ​ໂອ​ກາດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ແງ່​ຫວັງ​ຢູ່​ທ້ອງ​ຖິ່ນ​ໃນ​ການ​ຮ່ວມມ​ື​ລົງ​ທຶນ​ຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ, ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ໃນ​ໄລ​ຍະ​ເຊື່ອມ​ໂຍງ.


ຕອບກັບ

ຂ່າວ/ບົດ​ອື່ນ