ງານ​ວາງ​ສະ​ແດງ “ສັນ​ຍາ​ປາ​ຣີ-ປະ​ຕູ​ແຫ່ງ​ສັນ​ຕິ​ພາບ”

(VOVWORLD) -  ງານວາງສະແດງ ໄດ້ແນະນຳພາບຖ່າຍ, ເອກະສານ, ວັດຖຸທີ່ມີຄ່າເກືອບ 300 ຢ່າງທີ່ກ່ຽວຂ້ອງເຖິງການເຈລະຈາສັນຍາປາຣີ 
ງານ​ວາງ​ສະ​ແດງ “ສັນ​ຍາ​ປາ​ຣີ-ປະ​ຕູ​ແຫ່ງ​ສັນ​ຕິ​ພາບ” - ảnh 1

ປາກາ 4  ການເຊັນສັນຍາ ປາຣີ (ພາບ: toquoc.vn)

   ໃນຊຸມວັນຕົ້ນປີໃໝ່ປະຈຳຊາດ ປີແມວ, ຢູ່ຫໍພິພິຕະພັນ ໂຮ່ຈິມິນ ທີ່ຮ່າໂນ້ຍ, ໄດ້ຈັດງານວາງສະແດງຫົວເລື່ອງສະເພາະ “ສັນຍາປາຣີ-ປະຕູແຫ່ງສັນຕິພາບ” ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາປາຣີ (27/1/1973 - 27/1/2023). ງານວາງສະແດງຈະເປີດປະຕູຕ້ອນຮັບແຂກແມານຢ້ຽມຊົມຮອດທ້າຍເດືອນພຶດສະພາ.

    ງານວາງສະແດງ ໄດ້ແນະນຳພາບຖ່າຍ, ເອກະສານ, ວັດຖຸທີ່ມີຄ່າເກືອບ 300 ຢ່າງທີ່ກ່ຽວຂ້ອງເຖິງການເຈລະຈາສັນຍາປາຣີ ຊື່ງໃນນັ້ນມີບັນດາວັດຖຸພັນໄດ້ນຳມາວງສະແດງເປັນຄັ້ງທຳອິດ. ບັນດາພາບຖ່າຍ, ວັດຖຸພັນທີ່ມີຄວາມໝາຍນີ້ ໄດ້ປະກອບສ່ວນປຸກລຸກນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ; ປັບປຸງ. ເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈຂອງ ປຊຊ ຕໍ່ການນຳພາຂອງພັກ ໃນວິວັດການປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ