ງານວາງສະແດງ “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ”

(VOVWORLD) - ປີ 2022, ມີຄວາມໝາຍສຳຄັນພິເສດສຳລັບການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ, ຂີດໝາຍ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022)
 
ງານວາງສະແດງ “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ” - ảnh 1ພິທີຕັດແຖບຜ້າໄຂງານວາງສະແດງ

ຕອນເຊົ້າວັນທີ 6 ກັນຍາ, ສຳນັກຂ່າວສານ ຫວຽດນາມ ສົມທົບກັບ ສຳນັກຂ່າວສານ ປະເທດລາວ (KPL) ໄດ້ຈັດງານວາງສະແດງຮູບພາບ “ສາຍພົວພັນ ຫວຽດນາມ - ລາວ: ຍືນຍົງ ແລະ ພັດທະນາ”, ທີ່ສູນສຳນັກຂ່າວສານແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ກ່າວຄຳເຫັນໄຂພິທີ, ທ່ານນາງ ຫວູຫວຽດຈາງ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ຫວຽດນາມ ໄດ້ຢັ້ງຢືນວ່າ: ປີ 2022, ມີຄວາມໝາຍສຳຄັນພິເສດສຳລັບການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ, ຂີດໝາຍ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/72022):

        “ບັນດາຮູບພາບທີ່ສວຍງາມ ແລະ ເຕັມໄປດ້ວຍນ້ຳໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ ແນ່ນອນວ່ານັກຂ່າວສຳນັກຂ່າວສານ ຫວຽດນາມ ແລະ ນັກຂ່າວ ສຳນັກຂ່າວສານປະເທດລາວ ຈະສືບຕໍ່ຈົດຈຳ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ການຍືນຍົງ ແລະ ພັດທະນາຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ.”

        ງານວາງສະແດງຖືກຈັດຂຶ້ນແຕ່ວັນທີ 6 – 9 ກັນຍາ, ເຊິ່ງປະກອບມີຮູບຂະໜາດໃຫຍ່ 63 ແຜ່ນ, ດ້ວຍຮູບຖ່າຍ 109 ຮູບທີ່ພົ້ນເດັ່ນຂອງສຳນັກຂ່າວສານ ຫວຽດນາມ ສົມທົບກັບ ສຳນັກຂ່າວສານ ປະເທດລາວ, ໄດ້ເລືອກເຟັ້ນຈາກຮູບຖ່າຍນັບໝື່ນຮູບທີ່ສ່ອງແສງແທດຈິງ, ມີຊີວິດຊີວາກ່ຽວກັບການພົວພັນແບບພິເສດຫາຍາກໃນໂລກ ລະຫວ່າງສອງປະເທດ, ປະຊາຊົນອ້າຍນ້ອງ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ