ງານວາງສະແດງ “ສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ”

(VOVWORLD) -ງານວາງສະແດງ “ສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ” ຈະຈັດຂຶ້ນໃນລະຫວ່າງວັນທີ 01 - 05 ທັນວາ, ຢູ່ຫໍພິພິທະພັນ ໂຮ່ຈີມິນ, ຮ່າໂນ້ຍ
ງານວາງສະແດງ “ສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ” - ảnh 1

ງານວາງສະແດງ “ສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ” ໂດຍສະຖານທູດລາວ ປະຈຳຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈະຈັດຂຶ້ນໃນລະຫວ່າງວັນທີ 01 - 05 ທັນວາ, ຢູ່ຫໍພິພິທະພັນ ໂຮ່ຈີມິນ, ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ (ວັນທີ 02 ທັນວາ 1975 – 02 ທັນວາ 2020) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (ວັນທີ 13 ທັນວາ 1920 – 13 ທັນວາ 2020. ງານວາງສະແດງຄັ້ງນີ້ຈະແນະນຳບັນດາພາບຖ່າຍກ່ຽວກັບປະຫວັດສາດ, ສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ປະເທດ ແລະ ລະຫວ່າງປະເທດຊາດ ແລະ ຊາວລາວ… ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບງານວາງສະແດງຄັ້ງນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

ຕອບກັບ

ຂ່າວ/ບົດ​ອື່ນ